ປະຊາຊົນ ຫຼີກລ້ຽງການສັນຈອນ ຂາມຂົວນໍ້າຂອງ ປາກເຊ

ເພາະຈະມີພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວ.
ອີງຕາມ ກອງປະຊຸມຄົບຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈຳປາສັກ ຄັ້ງວັນທີ 29 ມີນາ 2023, ຫ້ອງການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈໍາປາສັກ
,
ຈຶ່ງໄດ້ອາຣາດທະນານິມົນ ພຣະອາຈານ 16 ອົງ ເພື່ອເຂົ້າຮ່ວມພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວຂ້າມນໍ້າຂອງ ປາກເຊ – ໂພນທອງ ໃນວັນທີ 30 ມີນາ 2023 ເວລາ 17:00 ໂມງ.
,
