ແຊດ່ວນ.! ເດີພີ່ນ້ອງ ໃຜບໍ່ຈ່າຍຄ່ານຳ້ ພາຍຫຼັງ 15 ວັນ ຕັດທັນທີບໍ່ມີເຕືອນອີກ

ເຖິງ: ບັນດາທ່ານ ຫົວຫນ້າຫ້ອງການ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ, ກໍາມະກອນ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ຊົມໃຊ້ນໍ້າປະປາ ໃນທົ່ວແຂວງຫຼວງພະບາງ ຊາບ.
.
ເລື່ອງ: ການຂໍເບີໂທລູກຄ້າຜູ້ຊົມໃຊ້ນໍ້າປະປາ ແລະ ແຈ້ງການຕັດນໍ້າ ຫລັງຈາກໄດ້ຮັບໃບບິນຄ່ານໍ້າປະປາ ພາຍຫຼັງ 15 ວັນ.
– ອີງຕາມ ລະບຽບວ່າດ້ວຍການຄຸ້ມຄອງ ຄ່າທໍານຽມ, ຄ່າບໍລິການ ແລະ ມາດຕະການຕໍ່ຜູ້ລະເມີດ ຂອງລັດວິ ສາຫະກິດນໍ້າປະປາ ແຂວງຫຼວງພະບາງ ສະບັບເລກທີ 5904/ນປປ.ຫຼຸບ, ລົງວັນທີ 21 ພະຈິກ (11)
2022.
ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ຜູ້ຊົມໃຊ້ນໍ້າປະປາ ໃນທົ່ວແຂວງຫຼວງພະບາງ ເພື່ອຊາບວ່າ:
1. ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ມີການເກັບກໍາຂໍ້ມູນ ເບີໂທລະສັບ ຂອງລູກຄ້າຜູ້ຊົມໃຊ້ນໍ້າ ປະປາ ໃນທົ່ວແຂວງຫຼວງພະບາງ ເພື່ອສະດວກໃນການແຈ້ງຂໍ້ມູນຕ່າງໆຕໍ່ລູກຄ້າ;
2. ລູກຄ້າ (ຜູ້ໃຊ້ບໍລິການ) ຄ້າງຊໍາລະຄ່ານໍ້າ ເກີນ 15 ວັນ ຂຶ້ນໄປ ພາຍຫຼັງໄດ້ຮັບໃບບິນຄ່ານໍ້າ ທາງລັດວິສາຫະ ກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ງົດການຈ່າຍນໍ້າ (ອັດນໍ້າ) ທັນທີ (ລາຍລະອຽດຂໍ້ມູນຕ່າງໆ ແລະ ກໍານົດກະລຸນນາຈ່າຍກ່ອນ ແມ່ນຢູ່ດ້ານຫນ້າ ແລະ ດ້ານຫຼັງຂອງໃບບິນຄ່ານໍ້າ);
3. ຄ່າບໍລິການໄຂນໍ້າ ຫມໍ້ແທກນໍ້າຖືກອັດນໍ້າທວງຫນີ້:
– ຂະຫນາດຫມໍ້ແທກນໍ້າ ຂະຫນາດ 15 50.000 ກີບ/ຄັ້ງ
– ຂະຫນາດຫມໍ້ແທກນໍ້າ ຂະຫນາດ 20-25 = 100.000 ກີບ/ຄັ້ງ
ຂະຫນາດຫມໍ້ແທກນໍ້າ ຂະຫນາດ 40-50 = 150.000 ກີບ/ຄັ້ງ
– ຂະຫນາດຫມໍ້ແທກນໍ້າ ຂະຫນາດ 80-100 = 200.000 ກີບ/ຄັ້ງ
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຂໍຄວາມຮ່ວມມື ຈາກບັນດາທ່ານ ໃນປະຕິບັດຕາມ ເນື້ອໃນແຈ້ງການສະບັບນີ້ດ້ວຍ.
.