ພາຍຸພັດຜ່ານເຂດເມືອງນ້ຳບາກ ແຂວງຫລວງພະບາງ, ເສຍຫາຍໜັກ

ເວລາປະມານ 15 ໂມງ 20 ນາທີ ຂອງວັນທີ 19 ມີນາ 2023
ໄດ້ເກີດມີລົມພາຍຸພັດຜ່ານເຂດເມືອງນ້ຳບາກ ແຂວງຫລວງພະບາງ, ເຮັດໃຫ້ມີຝົກຕົກ, ຟ້າລົມແຮງ ແລະ ໝາກເຫັບຂະໜາດໃຫຍ່ຕົກຢູ່ຫລາຍບ້ານ ລວມທັງເຂດເທສະບານເມືອງນ້ຳບາກ,
ສ້າງຄວາມເສຍຫາຍຫຼາຍສົມຄວນ. ທ່ານ ວິຈິດ ແກ້ວສະຫວັດ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ລາຍງານໃຫ້ຮູ້ວ່າ: ເຫດການໄດ້ເກີດຂື້ນ ເຮັດໃຫ້ງ່າໄມ້ຫັກ,
ຕົ້ນໄມ້ລົ້ມ, ເຮືອນຂອງປະຊາຊົນຈຳນວນໜື່ງ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ ຢູ່ບ້ານກີວຫາ, ກຸ່ມບ້ານນ້ຳສັດ ມີໂຄງຫລັງຄາເຮືອນເສຍຫາຍ ຈຳນວນ 13 ຫລັງ,
ລະບົບໂທລະໂຄ່ງຂອງບ້ານໃຊ້ການບໍ່ໄດ້ ແລະ ເຂດເທສະບານເມືອງ ມີເຮືອນຂອງປະຊາຊົນບ້ານໂຄ້ງ ເສຍຫາຍ 3 ຫຼັງ, ເຮືອນລົ້ມ 1 ຫຼັງ, ປະຊາຊົນໄດ້ຮັບບາດເຈັບ 2 ຄົນ, ນອກຈາກນີ້ ຍັງມີບ້ານຟ້າ, ບ້ານໂພນສະອາດ, ບ້ານບົມ, ບ້ານນ້ຳລາ ມີສັງກະສີ,
ກະເບື້ອງຢູ່ເຮືອນຂອງປະຊາຊົນຖືກລົມພັດອອກບາງບ່ອນ, ປ້າຍໂຄສະນາເປ່ເພ, ຮົ້ວລົ້ມ, ຖຽງສວນ ແລະ ຜົນລະປູກ ຈໍານວນໜຶ່ງ ໄດ້ຮັບຄວາມເສຍຫາຍ ມາຮອດປັດຈຸບັນນີ້ ຍັງບໍ່ສາມາດປະເມີນມູນຄ່າຄວາມເສຍຫາຍໄດ້ເທື່ອ.