ລົດປ້າຍຟ້າ ຄົນຈີນເອົາໄປຂັບຂີ່ລົດບັກໄວ້ໆ

0

ມີໃຜຮູ້ຈັກແດ່ ລົດຄັນນີ້ ປ້າຍລົດ ກກ 6766 ເປັນຂອງກະຊວງໃດ? ເພາະມື້ນີ້ວັນອາທິດ ທີ່19.03 .2023 ເວລາ ປະມານ12ໂມງ08 ນາທີ

ມີຄົນຈີນມານຳກັນ 4ຄົນ ຂັບລົດຄັນນີ້ ມາກິນເຂົ້າຢູ່ປີ້ງໄກ່ນາປົ່ງສາຂາໂພນທັນ ເວລາຂີ່ລົດເຂົ້າໄປເດີ່ນຈອດລົດ ຂີ່ເລັ່ງໄວໆ ຢຽບກ້ອນໝາກຫີນ ຟົ້ງໃສ່ແກ້ວລົດ ທາງຂ້າງເບື້ອງຄົນຂັບແຕກມຸ່ນແລ້ວບໍ່ຍອມຮັບຜິດຊອບຮ້ອງໄປເບິ່ງກ້ອງວົງຈອນປິດກະບໍ່ຍອມໄປເບິ່ງ

ເຮັດວ່າບໍ່ຮູ້ພາສາລາວບໍ່ເຂົ້າໃຈພາສາ.ຄົນຂັບແມ່ນຄົນທີ່ຫົວໂລ້ນ.ຕອນນີ້ຂັບລົດໜີແລ້ວ.ມີໃຜຮູ້ແດ່ວ່າຄວນເຮັດແນວໃດ ຕໍ່ສະຖານະການແບບນີ້? ຊ່ວຍແຊຕໍ່ໃຫ້ແດ່ ຖ້າໃຜຮູ້ຈັກຄົນພວກນີ້ ຄົນຈີນມາຢູ່ລາວບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ.

ທຸກຄົນທີ່ເຫັນເຟດນີ້ຊ່ວຍແຊຕໍ່ໃຫ້ແດ່ເດີ.ໂຊກຍັງດີທີ່ບໍ່ຖືກຕອນຂ້ອຍໄຂປະຕູລົດອອກມາ ເພາະຄິດວ່າມີລົດກຳລັງແລ່ນເຂົ້າມາໄວມັນຂີ້ຝຸ່ນ ແຕ່ພໍລົດຄັນນີ້ຂັບເຂົ້າມາຊື່ກັບລົດຂ້ອຍ

ສຽງດັງຕືບຄ້າຍຄືສຽງລະເບີດແຮງໆປານ ມືປືນຍິງກັນ ແລ້ວມັນລະເບີດ ພໍຫລຽວໄປ ທາງຂ້າງເຫັນແກ້ວທາງຂ້າງແຕກລ້າວໆ.ຖ້າບໍ່ໃມີຟີມກັນແດດຕິດ ທາງໃນແກ້ວຄືຊີແຕດໃສ່ຂ້ອຍ.

ຢຽບຫີນຟົ້ງໃສ່ແວ່ນລົດຄົນອື່ນແຕ່ ຢູ່ແຖວໂພນທັນ ແຕ່ບໍ່ຍອມຮັບຜິດຊອບ ຜູ້ເສຍຫາຍບອກມາເບີ່ງກ້ອງກະບໍ່ຍອມ ຂັບໜີໄປເລີຍ

..

..

ທີ່ມາ

Leave a Reply

Your email address will not be published. Required fields are marked *