ອຸບັດເຫດລົດໃຫຍ່ເສຍຫລັກປີ້ນລົງຂ້າງທາງ ມີຜູ້ໄດ້ຮັບບາດເຈັບ 6 ຄົນ

0

ອຸບັດເຫດລົດໃຫຍ່ເສຍຫລັກປີ້ນລົງຂ້າງທາງ ມີຜູ້ໄດ້ຮັບບາດເຈັບ 6 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານງານວ່າ: ເວລາ 18:10ນາທີ ວັນທີ 12 ມີນາ 2023 ຜ່ານມານີ້

ມີອຸບັດເຫດລົດໃຫຍ່ເສຍຫລັກປີ້ນລົງຂ້າງທາງ ຢູ່ ບ້ານຫຼັກ44 (ຈຸດຊາຍແດນເຊື່ອມຕໍ່ ເມືອງໄຊ ແຂວງອຸດົມໄຊ-ເມືອງນໍ້າບາກ ແຂວງຫລວງພະບາງ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 6 ຄົນ.

ທັງໝົດແມ່ນຄອບຄົວດຽວກັນຢູ່ບ້ານ ນາເດືອຍ ນະຄອນຫລວງພະບາງ ແຂວງຫລວງພະບາງ.​

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ປະຖົມພະຍາບານແລ້ວນຳສົ່ງໄປທີ່ໂຮງໝໍແຂວງຫລວງພະບາງ ເພື່ອທຳການປິ່ນປົວ.

ຂໍໃຫ້ທຸກທ່ານຈົ່ງໃຊ້ລົດໃຊ້ຖະນົນດ້ວຍຄວາມລະມັດລະວັງ ມີສະຕິໃນການຂັບຂີ່ ເພື່ອປ້ອງກັນບໍໃຫ້ເກີດອຸບັດເຫດ ຫລີກລ່ຽງບໍ່ໃຫ້ເກີດຄວາມເສຍຫາຍໃນພາຍຫລັງ.

Cr: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ

Leave a Reply

Your email address will not be published. Required fields are marked *