ດ່ວນ!..ໂຈະການເຄື່ອນໄຫວທຸລະກິດຮ້ານແລກປ່ຽນເງິນຕາ 173 ຮ້ານ ຢ່າງຖາວອນ

ດ່ວນ!! ແຈ້ງໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນ ຕໍ່ບັນດາຫົວຫນ່ວຍທຸລະກິດ ທີ່ຖືກຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈໍານວນ 173 ຫົວຫນ່ວຍ.
ເຈົ້າຫນ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຖື ເປັນກຽດແຈ້ງມາຍັງ ບັນດາພາກສ່ວນຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນຂອບເຂດທົ່ວປະເທດ ແລະ ບັນດາຫົວ ຫນ່ວຍທຸລະກິດ ທີ່ຖືກຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຊາບດັ່ງນີ້:
1. ໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນຕໍ່ວິສາຫະກິດ ຈໍານວນ 173 ຫົວຫນ່ວຍ ເນື່ອງຈາກ ບໍ່ໄດ້ເຂົ້າມາ ຍຸບເລີກວິສາຫະກິດ ຫຼື ສະເຫນີປ່ຽນແປງເນື້ອໃນທະບຽນວິສາຫະກິດ ຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນແຈ້ງການ ສະບັບເລກທີ 372/ຈທວ, ລົງວັນທີ 08 ທັນວາ 2022.
(ລາຍຊື່ວິສາຫະກິດທີ່ຖືກໂຈະການເຄື່ອນໄຫວທຸລະກິດ ຖາວອນ ແມ່ນສາມາດກວດສອບຕາມລາຍຊື່ທີ່ລະບຸໃນ QR Code ດ້ານລຸ່ມຂອງແຈ້ງການສະບັບນີ້).
2. ຜົນຂອງການໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນ ມີດັ່ງນີ້:
2.1. ການໂຈະການເຄື່ອນໄຫວທຸລະກິດຖາວອນ ມີຜົນນັບແຕ່ວັນທີ 02 ມີນາ 2023 ເປັນຕົ້ນໄປ.
2.2. ຍ້າຍຊື່ ແລະ ຂໍ້ມູນທັງຫມົດຂອງວິສາຫະກິດ ຕາມຂໍ້ 1 ຂອງແຈ້ງການສະບັບນີ້ ອອກຈາກຖານຂໍ້ມູນວິ ສາຫະກິດແຫ່ງຊາດ ໄປຢູ່ບັນຊີວິສາຫະກິດທີ່ບໍ່ເຄື່ອນໄຫວທຸລະກິດ.
2.3. ວິສາຫະກິດທີ່ຖືກຍ້າຍຊື່ ແລະ ຂໍ້ມູນທັງຫມົດນັ້ນ ຍັງພັນທະ ແລະ ຄວາມຮັບຜິດຊອບຕໍ່ຫນີ້ສິນທັງຫມົດ ທີ່ເກີດຂຶ້ນໃນນາມການເຄື່ອນໄຫວທຸລະກິດຂອງຕົນ.
2.4. ຫ້າມ ວິສາຫະກິດທີ່ຖືກໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນ ລວມທັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນໍາເອົາໃບທະບຽນວິສາຫະກິດດັ່ງກ່າວໄປເຄື່ອນໄຫວທຸລະກິດ ຢ່າງເດັດຂາດ.
ໃນກໍລະນີລະເມີດ ຈະຖືກປະຕິບັດມາດຕະການ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍວິສາຫະກິດ ແລະ ປະມວນກົດຫມາຍອາຍາ ຢ່າງເຂັ້ມງວດ.
ພະແນກຄຸ້ມຄອງທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຕິດຕໍ່ພົວພັນ: 020 92624745, 020 28444232 ເວັບໄຊ www.ned.moic.gov.la

,,
