ເກີດເຫດໂຈນບຸກປຸ້ນເງິນ 32 ລ້ານໂດລາ ທີ່ສະໜາມບິນປະເທດຊິລີ

0

ໃນວັນທີ 9 ມີນາ 2023 ສຳນັກຂ່າວຕ່າງປະເທດລາຍງານ, ເກີດເຫດໂຈນບຸກປຸ້ນເງິນທີ່ສະໜາມບິນນາໆຊາດ …

.

ໃນກຸງຊັນຕິອາໂກ ເມືອງຫຼວງປະເທກຊິລີ ເມື່ອວານນີ້ ໂດຍໂຈນປະມານ 10 ຄົນພ້ອມອາວຸດຄົບມື ໃຊ້ລົດໃຫຍ່ 3 ຄັນ ຍບຸກເຂົ້າໄປໃນສະໜາມບິນ ເພື່ອປຸ້ນເງິນສົດຈຳນວນ 32 ລ້ານໂດລາ.

ເຊິ່ງເງິນຈຳນວນດັ່ງກ່າວຖືກບັກທຸກມາກັບເຮືອບິນຂອງສາຍການບິນ ລາແທມ ແອລາຍ ຈາກເມືອງໄມອາມີ ປະເທດອາເມຣິກາ

ຂະນະທີ່ເຈົ້າໜ້າທີ່ກຳລັງຂົນຍ້າຍເງິນສົດ ເພື່ອສົ່ງຕໍ່ໃຫ້ກັບບໍລິສັດຮັກສາຄວາມປອດໄພ ທັນໃດນັ້ນກຸ່ມໂຈນໄດ້ບຸກເຂົ້າໄປ ແລະ ໄດ້ເກີດການປະທະກັບເຈົ້າໜ້າທີ່ຮັກສາຄວາມປອດໄພ,

ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນ, ຄົນຮ້າຍ 1 ຄົນ ແລະ ເຈົ້າໜ້າທີ່ໃນສະໜາມບິນອີກ 1 ຄົນ, ດ້ານຜູ້ບຮ້າຍສາມາດລົບໜີໄດ້ ເຊິ່ງທາງເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາ.

ເຈົ້າໜ້າທີ່ໄດ້ເປີດເຜີຍວ່າ: ການປຸ້ນໃນຄັ້ງນີ້ແມ່ນມີການວາງແຜນມາຢ່າງດີ, ໂດຍຫຼັງເກີດເຫດກຸ່ມໂຈນໄດ້ຈູດໄຟເຜົາລົດ 2 ຄັນ

ໃນບໍລິເວນທາງຫຼວງທີ່ຢູ່ໃກ້ກັບຈຸດເກີດເຫດອີກດ້ວຍ.

ຄລິບ

ຄລິບ2

Leave a Reply

Your email address will not be published. Required fields are marked *