ເຫັນຜູ້ເສຍຊີວິດແລ້ວເດີທຸກຄົນ

ເຫັນຜູ້ເສຍຊີວິດແລ້ວເດີທຸກຄົນ ຂອບໃຈທຸກພາກສ່ວນທີ່ຊ່ອຍເຫຼືອ
.
ຊ່ອຍແຊ ແລະໃຫ້ກຳລັງໃຈຄອບຄົວເພີ່ນ#ເສຍໃຈນຳຄອບຄົວນ້ອງຫຼາຍໆເດີ ຂໍໃຫ້ໄປສູ່ພົບພູມທີ່ດີເດີຫຳນ້ອຍເອີຍ
ພວກເອື້ອຍຊ່ອຍນ້ອງໄດ້ສຸດຄວາມສາມາດແລ້ວເດີ😭😭😭ສ່ວນລາຍລະອຽດຈະແຈ້ງຕື່ມພາຍຫຼັງ

ຄົນບ້ານດຽວກັນ
ຂ້າພະເຈົ້າໃນນາມ ເອື້ອຍຮັກກັບຜູ້ເສຍຊີວິດ ຄົນບ້ານດຽວກັນຂໍຂອບໃຈໝູ່ຄູ່ ອ້າຍເອື້ອຍນ້ອງທຸກຄົນທີ່ຊ່ວຍເຫຼືອ
ກິນທານນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ບຸນກຸສົນທີ່ທຸກຄົນໄດ້ເຮັດໄດ້ສ້າງໃນມື້ນີ້ືເປັນສະພານບຸນໃຫ້ທ້າວ ບຸນທະວີ ຫຼື ທ້າວຫຳນ້ອຍ ອາຍຸ20ປີ ບ້ານນາແກ ແຂວງສະຫວັນນະເຂດ ຂໍໃຫ້ ໄປເກີດດີເຖິງສຸກ ເກີດໃນພົບພູມທີ່ດີ ແລະຂໍຂອບໃຈທຸກຄົນທຸກພາກສ່ວນທີ່ຊ່ອຍເຫຼືອຕັ້ງແຈ່ຕົ້ນຈົນຈົບ ຈົນພົບສົບໃນມື້ນີ້

ເຫດເກດທີ2/3/23 ຈົນຮອດທີ 4/3/23 ຈົນເລີຍເວລາມາຮອດປະມານ4:30ຈຶ່ງພົບນ້ອງຜູ້ເສຍຊີວິດ ສ່ວນເງິນທີ່ທຸກຄົນກິນທານນຳແມ່ນທາງເຮົາກຳລັງມອບໃຫ້ຄອບຄົວນ້ອງ ເພື່ອປະກອບສ່ວນໃນການໃຊ້ຈ່າຍ

ຂໍຂອບໃຈທຸກທ່ານທີ່ໃຫ້ການຊ່ວຍເຫຼືອ ຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກສົມຫວັງ ສຸກກາຍສຸກໃຈ ປະສົບຜົນສຳເລັດໃນໜ້າທີການງານ ແລະທຸກສີ່ງທຸກຢ່າງດ້ວຍເຖີດ🙏🙏🙏🙏
#ສົບຜູ້ເສຍຊິວິດແມ່ນ ຕັ້ງຢູ່ບ້ານ ນາແກ