ແຈ້ງການ“ການໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງ

ແຈ້ງການ“ການໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນພຸດ, ວັນທີ 08 ມີນາ 2023”
…
ບໍລິສັດ ລັດວິສາຫະກິດ ຫວຍພັດທະນາເລກທີ 02/ຫພນ ນະຄອນຫລວງວຽງຈັນ.
ແຈ້ງການເຖິງ: ຫົວຫນ້າຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງ ລາງວັນ ໃນຂອບເຂດທົ່ວປະເທດ.
ເລື່ອງ: ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນພຸດ, ວັນທີ 08 ມີນາ 2023.ອີງຕາມດໍາລັດ ວ່າດ້ວຍວັນພັກ ສະບັບເລກທີ 386/ລບ, ລົງວັນທີ 15 ທັນວາ 2017.
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1026/ກງ, ລົງວັນທີ 12 ມິຖຸນາ 2003 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ ຫວຍພັດທະນາ.
ອີງຕາມ ແຜນການກໍານົດມື້ອອກເລກລາງວັນຫວຍພັດທະນາທຸກປະເພດ ປະຈໍາປີ 2023 ເລກທີ 0913/ຫພນ, ລົງວັນທີ 14 ຕຸລາ 2023.
ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ຫົວຫນ້າຕົວແທນຈໍາຫນ່າຍຫວຍພັດທະນາ; ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດຊາບທົ່ວເຖິງກັນວ່າ:
ເນື່ອງຈາກວັນພຸດ, ວັນທີ 08 ມີນາ 2023 ເປັນວັນພັກລັດຖະການ (ວັນແມ່ຍິງສາກົນ) ສະນັ້ນ, ເພື່ອຮັບປະກັນໃຫ້ ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ
ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນພຸດ, ວັນທີ 08 ມີນາ 2023, ບໍ່ມີການອອກທົດແທນຄືນ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
…
..
