ແຈ້ງການດ່ວນ!! ເກັບອາກອນລາຍໄດ້ຈາກຜູ້ຖືກຫວຍ 5% ນັບແຕ່ຖືກເລກ 2 ໂຕ 1000 ກີບ ເລີ່ມປະຕິບັດ 01/03/2023

0

ແຈ້ງການດ່ວນເຖິງ: ລູກຄ້າພໍ່ແມ່ປະຊາຊົນ ຜູ້ມັກສ່ຽງໂຊກຊິງລາງວັນເລື່ອງ: ການມອບພັນທະອາກອນລາຍໄດ້ຈາກການຖືກຫວຍນະຄອນຫຼວງວຽງຈັນແຈ້ງການແນະນໍາ

ເພີ່ມເຕີມເຖິງ: ບັນດາວິສາຫະກິດຕົວແທນຈໍາຫນ່າຍ ແລະ ສາຂາຈໍາຫນ່າຍຫວຍພັດທະນາ ທີ່ຂຶ້ນກັບການຄຸ້ມ ຄອງຂອງສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ແລະ ສ່ວຍສາອາກອນປະຈໍາເມືອງ ທົ່ວນະຄອນຫຼວງວຽງຈັນ.

ເລື່ອງ: ການປະຕິບັດພັນທະອາກອນປະເພດຕ່າງໆ ຈາກການດໍາເນີນກິດຈະການຫວຍ– ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມີຖຸນາ 2019;– ອີງຕາມກົດຫມາຍວ່າດ້ວຍການປັບປຸງບາງມາດຕາຂອງກົດຫມາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງ ວັນທີ 07 ສິງຫາ 2021;

– ອີງຕາມກົດຫມາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມີຖຸນາ 2018 ;– ອີງຕາມກົດຫມາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ 68/ສພຊ, ລົງວັນທີ 19 ມີຖຸນາ 2019 ;– ອີງຕາມກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2019 ;– ອີງຕາມຄໍາສັ່ງແນະນໍາຂອງກະຊວງການເງິນ ສະບັບເລກທີ 1742/ກງ, ລົງວັນທີ 02 ກໍລະກົດ 2013

ກ່ຽວກັບການ ປະຕິບັດພັນທະອາກອນ, ເງິນປັນຜົນຂອງບໍລິສັດລັດວິສາຫະກິດຫວຍພັດທະນາ, ບັນດາຕົວແທນຈໍາຫນ່າຍ, ສາຂາຈໍາ ຫນ່າຍ ແລະຜູ້ຂາຍຍ່ອຍໃບຫວຍໃນຂອບເຂດທົ່ວປະເທດ ;

– ອີງຕາມແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ 2834/ຫກງ, ລົງວັນທີ 22 ພະຈິກ 2021 ກ່ຽວກັບ ການເກັບອາກອນມູນຄ່າເພີ່ມ ແລະອາກອນຊົມໃຊ້ຈາກກິດຈະການຫວຍພັດທະນາ ;

– ອີງຕາມແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ 0569/ຫກງ, ລົງວັນທີ 20 ມີນາ 2020 ເລື່ອງການ ຄຸ້ມຄອງການແຈ້ງມອບອາກອນ.ເພື່ອເປັນການຜັນຂະຫຍາຍກົດຫມາຍສ່ວຍສາອາກອນ, ເນື້ອໃນຂອງແຈ້ງການ ຫ້ອງການກະຊວງການເງິນ

ສະບັບເລກທີ 2834/ ຫກງ, ລົງວັນທີ 22 ພະຈິກ 2021 ແລະ ສະບັບເລກທີ 0569/ຫກງ, ລົງວັນທີ 20 ມີນາ 2020 ແນໃສ່ເຮັດໃຫ້ການປະຕິບັດພັນທະອາກອນປະເພດຕ່າງໆຈາກກິດຈະການຫວຍ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດຫມາຍ ແລະ ນິຕິກໍາຕ່າງໆ,

ທັງຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ ແລະ ສາມາດກວດສອບໄດ້ ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ອອກແຈ້ງການແນະນໍາເພີ່ມເຕີມ ໃນການແຈ້ງ- ມອບອາກອນປະເພດຕ່າງໆຂອງບັນດາວິສາຫະກິດຕົວແທນຈໍາຫນ່າຍ ແລະສາຂາຈໍາຫນ່າຍຫວຍພັດທະນາ ທີ່ຂຶ້ນກັບການ

..

..

..

..

Leave a Reply

Your email address will not be published. Required fields are marked *