ເປີດເຮືອນພະເອກດັງ ທັນວາ ສຸລິຍະຈັກ ລາເມືອງໄທ ກັບບ້ານເກີດປະເທດລາວ

ເປັນນັກສະແດງໜຸ່ມທີ່ເອີ້ນວ່າພັດທະນາຝີມືຂຶ້ນມາເລື້ອຍໆ
…
ຈົນກາຍເປັນນັກສະແດງທີ່ມີຜົນງານດີ ມີຄຸນນະພາບແທ້ໆ ສຳຫຼັບ ທັນວາ ໜຸ່ມຫຼໍ່ເມືອງລາວ ທີ່ເອີ້ນວ່າເປັນພະເອກລະຄອນອັນດັບຕົ້ນໆ ຂອງທາງຊ່ອງ 7 ນັ້ນເອງ

ແລະສິ່ງທີ່ຫຼາຍໆຄົນອາດຈະຍັງບໍ່ຮູ້ນັ້ນກໍ່ຄື ເຂົາຄົນນີ້ເປັນເພື່ອນເປັນໝູ່ສະນິດກັບ ນະເດດ ຄູກິມິຍະ ອີກດ້ວຍນັ້ນເອງ
ເຮົາກໍ່ຈະພາທຸກຄົນ ມາທຳຄວາມຮູ້ຈັກກັບ ປະຫວັດ ທັນວາ ໜຸ່ມຫຼໍ່ຄົນເກັ່ງຈາກຮົ້ວນິເທດມະຫາວິທະຍາໄລຣັງສິດຄົນນີ້ໃຫ້ຫຼາຍຂຶ້ນກ່ວາເກົ່າ
ຫຼັງລາສິກຂາເປັນທີ່ຮຽບຮ້ອຍແລ້ວ ສຳຫຼັບນັກສະແດງໜຸ່ມດັງຫຼັງເຂົ້າພິທີອຸປະສົມບົດເມື່ອວັນທີ່ 13 ທັນວາຄົມທີ່ຜ່ານມາເຈົ້າຕົວຕັ້ງໃຈບວດໃຫ້ກັບຄອບຄົວພໍ່ແມ່ ທີ່ສຳຄັນຄືການໄດ້ຢູ່ກັບຕົວເອງ ຮູ້ຈັກການໃຫ້ຫຼາຍຂຶ້ນ ແລະ ວາງແຜນກັບບ້ານທີ່ປະເທດລາວໄປຫາແມ່

….ທັນວາ ເປັນພະເອກສັງກັດສະຖານີໂທລະທັດສີກອງທັບບົກຊ່ອງ 7 ສຳຫຼັບ ທັນວາ ສຸລິຍະຈັກ ແລະ ເປັນທີ່ຮູ້ຈັກກັນດີວ່າໜຸ່ມທັນວານັ້ນມີສັນຊາດລາວເຊື້ອສາຍໄທ
…ທັນວາເກີດໃນຄອບຄົວຖານະປານກາງຊຶ່ງເຮັດທຸລະກິດໃນຕົວເມືອງປາກເຊແຂວງຈຳປາສັກປະເທດລາວ ພໍ່ມີເຊື້ອສາຍໄທ ຈີນ ແລະ ຝຣັ່ງເສດ
…ສ່ວນແມ່ມີເຊື້ອສາຍໄທ ຈີນ ແລະ ຫວຽດນາມ ຊຶ່ງມີເຄືອຍາດຢູ່ໃນຈັງຫວັດອຸບົນຣາດຊະທານີ ແລະ ກຸງເທບມະຫານະຄອນ
ທັນວາເຮັດວຽກຄັ້ງແລກດ້ວຍການເດີນແບບເມື່ອອາຍຸໄດ້ 18 ປີ ແລະ ໄດ້ເງິນຈາກການເຮັດວຽກປະມານ 10.000 ບາດ ຢ່າງລ້າສຸດທັນວາໄດ້ໂພສພາບຂອງຕົວເອງ ພ້ອມທັງເຊັກອິນທີ່ປະເທດລາວ