ຄາດຄະເນສະພາບອາກາດ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 27 ກຸມພາ ຫາ 05 ມີນາ 2023.
,
ໃນໄລຍະວັນທີ 27 ຫາ 28 ກຸມພາ 2023 ມວນອາກາດຫນາວເຢັນທີ່ປະເທດຈີນ ທີ່ມີກໍາລັງປານກາງ ຫາ ແຮງ ຍັງ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ,
ພ້ອມດຽວກັນກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເຫນືອ ພັດປົກ ຄຸມ, ຊຶ່ງຈະເຮັດໃຫ້ອາກາດຈະຫນາວເຢັນ ຢູ່ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີ ລົມພັດແຮງເປັນບາງໂອກາດ.
ສໍາລັບພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີ ຝົນຕົກຟ້າຮ້ອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ຈາກນັ້ນ ວັນທີ 1 ຫາ 05 ມີນາ 2023 ຄວາມກົດດັນສູງຂອງອາກາດ ເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ ພັດ ປົກຄຸມ,
ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຮ້ອນໃນຕອນບ່າຍ ແລະ ຈະມີຫມອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ມີ ຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເຫນືອ,
…

…

…

…

..
…