ນາຍົກ ຕີລາຄາສູງ! ເຂດເສດຖະກິດໃໝ່ ສີທັນດອນ ແມ່ນຄວາມປາດຖະໜາຂອງປະຊາຊົນທ້ອງຖິ່ນ.

0

ນາຍົກ ຕີລາຄາສູງ! ເຂດເສດຖະກິດໃໝ່ ສີທັນດອນ ແມ່ນຄວາມປາດຖະໜາຂອງປະຊາຊົນທ້ອງຖິ່ນ.

———–

ໃນໂອກາດຮ່ວມເປັນປະທານ ໃນພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄຸ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ໃນວັນທີ 22 ກຸມພາ 2023 ຜ່ານມາ ທີ່ບ້ານທ່າຄໍ້, ເມືອງໂຂງ, ແຂວງຈຳປາສັກ.

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການພັດທະນາໂຄງການເບື້ອງຕົ້ນ ວ່າ:.ໂຄງການພັດທະນາເສດຖະກິດໃໝ່ ສີທັນດອນ

ນີ້ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ກໍຄືທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງ

ໃໝ່ທີ່ທັນສະໄໝຮອບດ້ານ, ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ມີຄວາມສະຫງົບ-ປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມສີວິໄລ, ຍຸຕິທຳ, ເສີມສ້າງອະລິຍະທໍາ ແລະ ວັດທະນະທຳຂອງຊາດ, ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ,

ລວມທັງການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ..ໂຄງການແຫ່ງນີ້, ຍັງເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄືການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030.

ພ້ອມດຽວກັນນັ້ນ, ຍັງເປັນການຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກໃຫ້ນັບມື້ນັບຫລາຍຂຶ້ນ, ເຮັດໃຫ້ເສດຖະກິດພາຍໃນແຂວງ

ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດ ທີ່ຫັນປ່ຽນຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ..

ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເປັນຕົ້ນ ແຂວງຈໍາປາສັກ ແລະ ປະຊາຊົນເມືອງໂຂງ ລວມທັງຜູ້ພັດທະນາໂຄງການ ແລະ ຜູ້ລົງທຶນ ທີ່ໄດ້ຮ່ວມມືກັນຢ່າງເປັນປຶກແຜ່ນ ເພື່ອອຳນວຍຄວາມສະດວກໃນການດຳເນີນລິເລີ່ມໂຄງການດັ່ງກ່າວນີ້.

.ພ້ອມທັງສະແດງຄວາມຊົມເຊີຍ ມາຍັງທຸກພາກສ່ວນທີ່ຮັບຜິດຊອບໂຄງການທີ່ໄດ້ເສຍສະຫລະ, ສຸມສະຕິປັນຍາ ແລະ ເຫື່ອແຮງໃນການກະກຽມ ແລະ ລິເລີ່ມໂຄງການນີ້ຕັ້ງແຕ່ປີ 2018 ມາຮອດປັດຈຸບັນ

ຈົນໄດ້ຮັບຜົນສຳເລັດຈຳນວນ ໜຶ່ງທີ່ໜ້າຊື່ນຊົມຍິນດີເປັນກ້າວໆມາ ແລະ ຫວັງເປັນຢ່າງຍິ່ງວ່າ, ບັນດາທ່ານຈະສືບຕໍ່ປະຕິບັດວຽກງານ ຕາມພາລະບົດບາດ

ເພື່ອສືບຕໍ່ປະຕິບັດໂຄງການນີ້ ໃຫ້ສຳເລັດຕາມແຜນການທີ່ໄດ້ກຳນົດໄວ້.

ທີ່ມາ: ປະເທດລາວ

Leave a Reply

Your email address will not be published. Required fields are marked *