ໄລຍະເວລາ 4 ມື້ຜ່ານໄປ ຍັງບໍ່ພົບຄົນໂດດນ້ຳເສຍຊີວິດ!

0

ໄລຍະເວລາ 4 ມື້ຜ່ານໄປ ຍັງບໍ່ພົບຄົນໂດດນ້ຳເສຍຊີວິດ!

ໃນວັນຈັນ ທີ 19 ກຸມພາ 2023 ເວລາ 19:45ນາທີ ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ
ໄດ້ຮັບແຈ້ງເຫດ ວ່າມີຄົນໂດດນ້ຳຢູ່ກາງຂົວບ້ານໄຮ່, ເມືອງປາກງືມ, ນະຄອນຫຼວງວຽງຈັນ.

ເມື່ອໜ່ວຍກູ້ໄພ ໄປຮອດຈຶ່ງໄດ້ຈັດທີມຄົ້ນຫາໃຕ້ນ້ຳລົງກວດສອບ ແລະ ຄົ້ນຫາຮ່າງຂອງຜູ້ເສຍຊີວິດທັງໜ້ານ້ຳ ແລະ ໃຕ້ນ້ຳເປັນເວລາປະມານ 4 ມື້ ແຕ່ຍັງບໍ່ທັນພົບເຫັນຮ່າງຂອງຜູ້ເສຍຊີວິດເທື່ອ.

ເຊິ່ງຜູ້ເສຍຊີວິດຊື່ ນາງ ໃຈ ອາຍຸ 18 ປີ ບ້ານເລົາຄ່າ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ປັດຈຸບັນ ທາງໜ່ວຍກູ້ໄພຍັງສືບຕໍ່ຄົ້ນຫາຮ່າງຂອງຜູ້ເສຍຊີວິດ.

Leave a Reply

Your email address will not be published. Required fields are marked *