ຂ່າວດີ ລາຄານ້ຳມັນຈະຖືກລົງ ເພາະລາວກຳລັງຈະສ້າງໂຮງງານປຸງແຕ່ງນໍ້າມັນ

ໂຄງການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ ຈະໄດ້ເລີ່ມລົງມືກໍ່ສ້າງ
ໃນໄວໆນີ້!ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດເອັນເນີຈີ ດີເວີລອບເມັ້ນ ກ່າວເມື່ອບໍ່ດົນຜ່ານມາວ່າ:
ໂຄງການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ ແມ່ນນອນຢູ່ໃນເຂດເສດຖະກິດພິເສດແຂວງຄຳມ່ວນ, ມີເນື້ອທີ່ 23 ເຮັກຕາ (ໂຮງງານ, ສາງນໍ້າມັນ ແລະ ກິດຈະການປິ່ນອ້ອມ),
ມີມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ, ເຊິ່ງຈະໄດ້ເລີ່ມລົງມືກໍ່ສ້າງໃນໄວໆນີ້ ແລະ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງສຳເລັດປະມານ 15 ເດືອນ,

ໂດຍນໍາໃຊ້ອຸປະກອນໂຮງກັ່ນທີ່ທັນສະໄໝ ທີ່ມີມາດຕະການຮັກສາລະບົບສິ່ງແວດລ້ອມຕາມມາດຕະຖານສາກົນ ແລະ ມີຄວາມສາມາດປຸງແຕ່ງນໍ້າມັນໃນໄລຍະທີ 1 ຈໍານວນ 120 ລ້ານລິດຕໍ່ປີ ແລະ ມີເປົ້າໝາຍສູງສຸດຢູ່ທີ່ 500 ລ້ານລິດ ແລະ 1.000 ລ້ານລິດ

ໃນໄລຍະທີ 2 ແລະ ໄລຍະທີ 3 ຫຼື ອີກ 5 ປີໃນຕໍ່ໜ້າ.ໃນນີ້ປະກອບມີ ນໍ້າມັນກາຊວນ ກວມເອົາ 80%, ນໍ້າມັນແອັດຊັງ 15% ແລະ ນໍ້າມັນເຕົາ 5%

ສາມາດປັບໂຄງສ້າງລາຄານໍ້າມັນໄດ້ 7-12% ເຊິ່ງຈະເຮັດໃຫ້ລາຄານໍ້າມັນຖືກລົງ.—–
Cr. Media Laos.