ລາວ ເຊັນສັນຍາເງິນກູ້ ແລະ ເງິນຊ່ວຍເຫລືອລ້າ ໄລຍະ 2 ມູນຄ່າ 25,23 ລ້ານໂດລາ.

ລາວ ເຊັນສັນຍາເງິນກູ້ ແລະ ເງິນຊ່ວຍເຫລືອລ້າ ໄລຍະ 2 ມູນຄ່າ 25,23 ລ້ານໂດລາ.
——————
ທ່ານ ພູທະນູເພັດ ໄຊສົມບັດ, ຮອງລັດຖະມົນຕີກະຊວງການເງິນ, ພ້ອມຄະນະກົມຈາກກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມ ສະພາຜູ້ວ່າການຂອງກອງທຶນສາກົນ
ເພື່ອການພັດທະນາກະສິກໍາ (IFAD) ຄັ້ງທີ 46 ໃນວັນທີ 14-15 ກຸມພາ 2023 ທີ່ນະຄອນຫລວງໂຣມ ປະເທດອີຕາລີ..
ພາຍໃຕ້ຫົວຂໍ້: “ແຜນເລັ່ງລັດສໍາລັບວຽກງານຄໍ້າປະກັນດ້ານສະບຽງອາຫານ” ໂດຍມີຄະນະຜູ້ແທນ 177 ປະເທດທີ່ເປັນສະມາຊິກຂອງ IFAD ແລະ ຜູ້ຕາງໜ້າຈາກບັນດາສະຖາບັນການເງິນສາກົນ ແລະ ອົງການຈັດຕັ້ງສາກົນ, ລວມທັງອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.
.ກອງປະຊຸມຄັ້ງນີ້, ສປປ ລາວ ໄດ້ສະເໜີແຜນນະໂຍບາຍວຽກບຸລິມະສິດຂອງຂະແໜງກະສິກໍາ ທີ່ກໍານົດໄວ້ໃນຍຸດທະສາດ, ວິໄສທັດ, ວາລະແຫ່ງຊາດ, ແຜນພັດທະນາຂະແໜງກະສິກໍາ ແລະ ໄດ້ພົບປະກັບ ທ່ານ Alvaro Lario, ປະທານ IFAD ເພື່ອປຶກສາຫາລື ແຜນການຮ່ວມມືໃນຕໍ່ໜ້າ.
.ໃນການພົບປະຄັ້ງນີ້, ໄດ້ເຊັນສັນຍາເງິນກູ້ ແລະ ເງິນຊ່ວຍເຫລືອລ້າ ສຳລັບໂຄງການກະສິກໍາເພື່ອໂພຊະນາການ ໄລຍະ 2(AFN II) ມູນຄ່າ 25,23 ລ້ານໂດລາສະຫະລັດ. ໃນນີ້, ປະກອບມີເງິນກູ້ຈາກ IFAD ຈໍານວນ 13,23 ລ້ານໂດລາ ແລະ ເງິນຊ່ວຍເຫລືອລ້າ ຈາກແຜນງານຄໍ້າປະກັນສະບຽງອາຫານ ແລະ ກະສິກໍາໂລກ.
ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄລຍະເວລາ 7 ປີ ເລີ່ມຈາກ 2023-2029.
ຂ່າວ-ພາບ: ກະຊວງການເງິນ
#TargetMagazine