ຂ່າວດີ ໄປ-ກັບໄທຟຣີເດີ ບໍ່ເສຍຄ່າໃດໆ

ສໍານັກຂ່າວ thairath ລາຍງານ ວັນທີ 15 ກຸມພາ 2023 ວ່າ:
….
ກອງປະຊຸມຄະນະລັດຖະມົນຕີຂອງໄທ ຕົກລົງເຫັນດີໃຫ້ ເກັບຄ່າທໍານຽມຈາກນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງເຂົ້າປະເທດໄທ ຄື
• ຜ່ານທາງອາກາດ 300 ບາດ ຫລື ປະມານ 150.000 ກີບ
• ຊ່ວງທາງບົກ, ຊ່ອງທາງນໍ້ 150 ບາດ/ຄົນ/ຄັ້ງ ຫລື ປະມານ 75.000 ກີບ
ສ່ວນຜູ້ທີ່ເດີນທາງເຂົ້າມາແບບໄປເຊົ້າ-ແລງກັບ ຈະໄດ້ຮັບການຍົກເວັ້ນເກັບຄ່າທໍານຽມ.ທັງນີ້ກໍເພື່ອໃຊ້ເງິນດັ່ງກ່າວເປັນທຶນໃນການຫມູນວຽນໃນການພັດທະນາການທ່ອງທ່ຽວ,
ສ້າງຂີດຄວາມສາມາດໃນການ ແຂ່ງຂັນໃຫ້ອຸດສາຫະກໍາທ່ອງທ່ຽວ ແລະ ການມີປະກັນໄພໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ໃນລະຫວ່າງທ່ອງທ່ຽວ ພາຍໃນປະເທດ.ໃນມະຕິຕົກລົງດັ່ງກ່າວນີ້ຈະຖືກເລີ່ມຈະປະຕິບັດ ວັນທີ 1 ມິຖຸນາ 2023 ທີ່ຈະມາເຖິງ.
ທ່ານ ອະດິດສະ ໂຊຣັດຕະນານົນ ເລຂາທິການສະມາຄົມໂທບໍລິການທ່ອງທ່ຽວ ກ່າວວ່າ: ລັດຖະບານຕ້ອງວາງຮູບແບບ ການບໍລິຫານຄ່າທໍານຽມຢຽບແຜ່ນດິນຕັ້ງແຕ່ຕອນນີ້ ເພາະຕໍ່ໄປຈະເປັນເງິນກ້ອນໃຫຍ່,
ຈຶ່ງຕ້ອງວາງລະບົບ ແລະ ຫາ ຄົນບໍລິຫານຈັດການໃຫ້ດີ ບໍ່ແມ່ນນໍາອອກມາໃຊ້ເທື່ອລະຫນ້ອຍ ແລະ ຂໍສະເຫນີວ່າ ຄະນະກົມການທີ່ຈະມາດູແລການໃຊ້ ຈ່າຍເງິນ ຄວນມີຕົວແທນຂອງພາກເອກະຊົນມີສ່ວນຮ່ວມ,
ນອກຈາກນັ້ນ ຕ້ອງກໍານົດສັດສ່ວນທີ່ຈະແບ່ງວົງເງິນ ມາ ຈັດຕັ້ງກອງທຶນເພື່ອສົ່ງເສີມຜູ້ປະກອບການທ່ອງທ່ຽວໃຫ້ຊັດເຈນ.