ເດັກນ້ອຍຈົມນ້ຳຂອງທີ່ທ່າວັດໂຄກນິນ

0

ເດັກນ້ອຍຈົມນ້ຳຂອງທີ່ທ່າວັດໂຄກນິນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ເພຈວັດໂຄກນິນໂພສວ່າ: ວັນທີ​ 13 ກຸມພາ​ 2023 ນີ້​ມີເດັກນ້ອຍນັກຮຽນຜູ້ຍິງ (ມ.​2) ລົງຫລິ້ນນ້ຳຂອງ​ທ່າວັດໂຄກນິນ ແລ້ວຈົມນ້ຳ ຕັ້ງແຕ່ເວລາປະມານ 1-2 ໂມງແລງຂອງມື້ນີ້,

ເຈົ້າໜ້າທີ່ກູ້ໄພຫລາຍພາກສ່ວນ ຄົ້ນຫາ​ ຈົນເຖິງ 6 ປາຍແລ້ວຍັງຫາໂຕບໍ່ເຫັນ ລົ້ມເລີກໄປ ມື້ອື່ນຈະສືບຕໍ່ຄົ້ນຫາອີກ.

ຂໍສະແດງຄວາມເສຍໃຈນຳຜູ້ເປັນພໍ່ແມ່ຍາດພີ່ນ້ອງ ຂໍໃຫ້ສິ່ງສັກສິດທີ່ສະຖິດສະຖານຢູ່ທີ່ນີ້ຈົ່ງດົນບັນດານໃຫ້ໄດ້ພົບຜູ້ຈົມນ້ຳໂດຍໄວເທີ້ນ…🙏🙏🙏

Cr.​ວັດໂຄກນິນ

Leave a Reply

Your email address will not be published. Required fields are marked *