ກະຊວງ ປກສ ເລື່ອນຊັ້ນພິເສດໃຫ້ນາຍຕຳຫຼວດທີ່ມີຜົນງານໃນການເຮັດໜ້າທີ່ສູ້ຮົບ

0

ກະຊວງ ປກສ ເລື່ອນຊັ້ນພິເສດໃຫ້ນາຍຕຳຫຼວດທີ່ມີຜົນງານໃນການເຮັດໜ້າທີ່ສູ້ຮົບ

————————————————————————————–

ໃນວັນທີ 13 ກຸມພາ 2023, ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ

ໄດ້ເຂົ້າຢ້ຽມຢາມນາຍຕໍາຫຼວດທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່ສະກັດກັ້ນຄົນຮ້າຍຢູ່ເມືອງນານ ແຂວງຫຼວງພະບາງ ທີ່ໄດ້ມາປີ່ນປົວຢູ່ໂຮງໜໍສູນກາງ 103 ກອງທັບ ນະຄອນຫຼວງວຽງຈັນ.

ເພື່ອເປັນການປະຕິບັດນະໂຍບາຍຢ່າງຖືກຕ້ອງຕໍ່ນາຍຕຳຫຼວດທີ່ມີຜົນງານດີເດັ່ນພິເສດໃນການປະຕິບັດວຽກວິຊາສະເພາະ ເຮັດໜ້າທີ່ສູ້ຮົບຢ່າງພິລະອາດຫານ

ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ພົຕ ວັນທອງ ກອງມະນີ ຈຶ່ງໄດ້ຕ່າງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ລົງມາຢ້ຽມຢາມ ພ້ອມທັງປະ ຕິບັດນະໂຍບາຍຕໍ່ນາຍຕຳຫຼວດທີ່ໄດ້ຮັບບາດເຈັບ 2 ສະຫາຍ.

ໃນນັ້ນ, ໄດ້ເລື່ອນຊັ້ນພິເສດ ຮທ ຂຶ້ນເປັນຊັ້ນ ຮອ ໃຫ້ສະຫາຍ ພົມມາລາ ວິມະຈິດຕະພົງ ພະນັກງານພະແນກການເມືອງ ປກສ ເມືອງນານ ແລະ ເລື່ອນຊັ້ນ ຮຕ ຂຶ້ນ ຮທ ໃຫ້ສະຫາຍ ສົມໃຈ ແກ້ວມະນີຄະ

ພະນັກງານກຸ່ມທົ່ງຈະເລີນ ປກສ ເມືອງນານ ແຂວງຫຼວງພະບາງ ພ້ອມທັງມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ທັງສອງສະຫາຍ; ທັງນີ້, ເພື່ອເປັນການຍໍຍ້ອງສັນລະເສີນຜົນງານຄຸນງາມຄວາມດີໃຫ້ນາຍຕຳຫຼວດ ກະຊວງປກສ ທີ່ມີຜົນງານດີເດັ່ນໃນການປະ

ຕິບັດໜ້າທີ່ແກ້ໄຂຄວາມບໍ່ສະຫງົບຢູ່ເມືອງນານ ແຂວງຫຼວງພະບາງ ໃນຄັ້ງວັນທີ 6 ກຸມພາ 2023 ໄດ້ສຳເລັດຕາມແຜນການ;

ເຊິ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.

Leave a Reply

Your email address will not be published. Required fields are marked *