ແຊດ່ວນ.! ໃຜທີ່ມັກໄປລັກກິນປົ່ນກົບກັບ

0

ສະບາຍດີເຮີຍ ບໍ່ໄດ້ລົມກັນດົນເນາະ. ມື້ນີ້ພວກເຮົາຢາກມາເຕືອນໃຜທີ່ມັກໄປລັກກິນປົ່ນກົບກັບຜົວ ຫຼື ເມຍ ຄົນອື່ນໃຫ້ລະວັງໄວ້,

..

ເພາະວ່າການກະທຳຂອງພວກທ່ານອາດເຂົ້າຄ່າຍການກະທຳຜິດທາງອາຍາກໍເປັນໄດ້.ພາຍໃຕ້ກົດໝາຍຂອງ ສປປ ລາວ,

ການກະທຳຜິດຕໍ່ສາຍພົວພັນຜົວເມຍມີໂທດທາງອາຍາເອີ້ນວ່າ “ການທຳມິດສະຈານ”. ອີງຕາມມາດຕາ 247 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ : ບຸກຄົນໃດທີ່ມີ ຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ.

ຈະຕ້ອງຖືກລົງໂທດຕັດອິດສະລະພາບຕັ້ງແຕ່ 3 ເດືອນເຖິງ 1 ປີ ພ້ອມທັງຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ.

ພ້ອມກັນນັ້ນມາດຕາດັ່ງກ່າວຍັງກຳນົດຕື່ມອີກວ່າ ຄູ່ທຳມິດສະຈານ (ຜູ້ເປັນຊູ້) ກໍ່ຈະຖືກລົງໂທດສະຖານດຽວກັນນຳ.ດັ່ງນັ້ນໝາຍຄວາມວ່າ,

ຜູ້ທີ່ຊວນຜົວຄົນອື່ນໄປກິນປົ່ນກົບ (ລັກສະນະຊູ້ສາວ) ກໍມີຄວາມຜິດຄືກັນກັບຜູ້ທີ່ຖືກຊວນເຊັ່ນກັນ.

ແຫຼ່ງທີ່ມາ: Phomsoupha & Son Law

Leave a Reply

Your email address will not be published. Required fields are marked *