ໄຟຟ້າລາວ ກຽມປັບຂຶ້ນ ໂຄງສ້າງ ແລະ ລາຄາໄຟ 8 ປະເພດ (ຍົກເວັ້ນ ປະເພດທີ່ຢູ່ອາໄສ)
ພາຍຫຼັງທີ່ລັດຖະບານໄດ້ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວຢ່າງເປັນທາງການ, ແຜນປະຕິຮູບໄດ້ຫັນເປັນອັນລະອຽດ ແລະ ແບ່ງເປັນ 2 ໄລຍະຄື:
…
ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ ເພື່ອຄວາມຍືນຍົງຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ).
ໜຶ່ງໃນນັ້ນ ການປະຕິບັດແຜນປະຕິຮູບ ຂອງລັດວິສາຫະກິດໄຟຟ້າລາວແມ່ນ: ການປະຕິບັດມາດຕະການແກ້ໄຂໜີ້ສິນທີ່ ຟຟລ ພ້ອມຕີຖອຍລະບົບເກື້ອກູນ ແລະ ຫັນເປັນວິສາຫະກິດທີ່ກຸ້ມຕົນເອງ.
ດັ່ງນັ້ນ ລັດຖະບານ ຈຶ່ງມີຄວາມຈຳເປັນໃນການປັບປຸງໂຄງສ້າງ ແລະ ອັດຕາລາຄາໄຟຟ້າ ດັ່ງນີ້:
1). ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງທາງດ້ານເສດຖະກິດ ແລະ ການເງິນໃນແຕ່ລະໄລຍະ;
2). ເພື່ອເພີ່ມກະແສລາຍຮັບໃຫ້ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໃຫ້ສົມຄູ່ກັບອັດຕາແລກປ່ຽນທີ່ເງິນກີບອ່ອນຄ່າ ໃຫ້ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85%;
3). ໂຄງສ້າງແລະລາຄາໄຟຟ້າທີ່ນຳໃຊ້ໃນປັດຈຸບັນແມ່ນໂຄງສ້າງເດີມແຕ່ປີ 2012 ສ່ວນອັດຕາລາຄາແມ່ນໄດ້ສືບຕໍ່ນຳໃຊ້ອັດຕາລາຄາຂອງປີ 2017 ແລະ ປັບຂື້ນ 2% ໃນເດືອນ 2/2021
ເປັນຕົ້ນມາຈົນເຖິງປັດຈຸບັນ, ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫຼືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ;
4). ປະຕິບັດນະໂຍບາຍຫຼຸດການເກື້ອກູນ ພາກທຸລະກິດລົງເທື່ອລະກ້າວ;
5). ເພື່ອໃຫ້ ຟຟລ ມີກະແສເງິນໃນການຊຳລະໜີ້ສິນເງິນກູ້ ແລະ ຊຳລະຄ່າກະແສໃຫ້ບັນດາຜູ້ຜະລິດໄຟຟ້າຂາຍພາຍໃນປະເທດ ໃນໄລຍະທົດແທນການລົງທຶນ.
ໃນ ສປປ ລາວ ມີປະເພດຜູ້ຊົມໃຊ້ໄຟຟ້າ ທັງໝົດ 9 ປະເພດຄື:
1) ປະເພດທູດ ແລະ ອົງການຈັດຕັ້ງສາກົນ ກວມເອົາພຽງ 0,1% ແລະ ມີຜູ້ຊົມໃຊ້ 140 ຫົວໜ່ວຍ;
2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ ກວມເອົາ 9,0% ແລະ ມີຜູ້ຊົມໃຊ້ 43.562 ຫົວໜ່ວຍ;
3)ປະເພດທຸລະກິດສຶກສາ ແລະ ກິລາ ກວມເອົາ 0,3% ແລະ ມີຜູ້ຊົມໃຊ້ 743 ຫົວໜ່ວຍ;
4) ປະເພດທຸລະກິດບັນເທີງ ກວມເອົາ 0,1% ແລະ ມີຜູ້ຊົມໃຊ້ 111 ຫົວໜ່ວຍ;
5) ປະເພດສໍານັກງານລັດບໍລິຫານ 3,3% ແລະ ມີຜູ້ຊົມໃຊ້ 17.985 ຫົວໜ່ວຍ;
6) ປະເພດກະສິກໍາ 0,6% ແລະ ມີຜູ້ຊົມໃຊ້ 1.121 ຫົວໜ່ວຍ;
7) ປະເພດອຸດສາຫະກຳ ກວມເອົາ 30,7% ແລະ ມີຜູ້ຊົມໃຊ້ 22.277 ຫົວໜ່ວຍ;
8) ປະເພດທາງລົດໄຟ 0,6% ແລະ ມີຜູ້ຊົມໃຊ້ 10 ຫົວໜ່ວຍ (ພິເສດ ປະເພດທຸລະກິດຂຸດຄົ້ນຊັບສິນດິຈິຕ້ອນ ກວມເອົາ 30,2% ແລະ ມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ, ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ເນື່ອງຈາກເປັນໂຄງການທົດລອງຂອງລັດຖະບານ);
9) ປະເພດທີ່ຢູ່ອາໄສ 25% ຂອງການຊົມໃຊ້ໄຟທັງໝົດ ປະມານ 2.647 GWh ແລະ ມີໝໍ້ນັບໄຟ 1.532.344 ຫົວໜ່ວຍ;
ສຳລັບແຜນການປັບປຸງໂຄງສ້າງ ແລະ ອັດຕາລາຄາໄຟຟ້າໃໝ່ ແມ່ນຈະປັບ 8 ປະເພດ (ຍົກເວັ້ນ ປະເພດຜູ້ຊົມໃຊ້ ທີ່ຢູ່ອາໄສ ທີ່ບໍ່ໄດ້ປັບປຸງ) ດັ່ງນີ້:
1) ປະເພດທູດ ແລະ ອົງການຈັດຕັ້ງສາກົນ.
2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ.
3) ປະເພດທຸລະກິດສຶກສາ ແລະ ກິລາ
4) ປະເພດທຸລະກິດບັນເທີງ
5) ປະເພດສໍານັກງານລັດບໍລິຫານ
6) ປະເພດກະສິກໍາ
7) ປະເພດອຸດສາຫະກຳ
8) ປະເພດທາງລົດໄຟ