ອ່ານດ່ວນ! ອັນຕະລາຍຈາກແປ້ງນົວ

🧂ອັນຕະລາຍຈາກແປ້ງນົວ.
…
ມື້ນີ້ແອດມິນວາລະສານເທວາຈະນຳພາທ່ານມາຮູ້ຈັກກັບອັນຕະລາຍໃກ້ໂຕເຊິ່ງນັ້ນກໍ່ຄືແປ້ງນົວເຄື່ອງປຸງຍອດນິຍົມຂອງຫລາຍໆທ່ານທີ່ມີຫລາຍຄົນມັກຈະຄິດວ່ານຳມາປຸງແລ້ວເຮັດໃຫ້ຍົກລົດຊາດອາຫານໃຫ້ແຊບ ແຕ່ວ່າທ່ານຮູ້ ຫລື ບໍ່ ວ່າເຄື່ອງປຸງທີ່ຊື່ວ່າ :
ແປ້ງນົວ ນີ້ແມ່ນມີອັນຕະລາຍຕໍ່ສຸຂະພາບຫລາຍສົມຄວນ, ໂດຍໃນນີ້ແອດມິນວາລະສານເທວາໄດ້ຄົ້ນຫາຂໍ້ມູນກ່ຽວກັບອັນຕະລາຍຈາກແປ້ງນົວມາຝາກແກ່ບັນດາທ່ານໄດ້ຮັບຮູ້ນຳກັນ ແລະ ໃຫ້ບັນດາທ່ານໄດ້ມີສະຕິ
ແລະ ຫລຸດຜ່ອນການນຳໃຊ້ແປ້ງນົວເຂົ້າໃນການປຸງອາຫານໃຫ້ໜ້ອຍລົງ ຫລື ບໍ່ໃຊ້ເຂົ້າໃນນານປຸງອາຫານເລີຍ ເຮັດໄດ້ແນວນີ້ກໍ່ເພື່ອສຸຂະພາບຂອງທ່ານເອງ.
ແປ້ງນົວມີຊື່ທາງວິທະຍາສາດວ່າ : ໂມໂນ ໂຊດຽມ ແອລ ກລູຕາເມດ ( MONOSODIUM-L-GLUTAMATE ) ແລະ ມີຊື່ຫຍໍ້ເປັນພາສາອັງກິດວ່າ : MSG.
ພິດ ແລະ ອັນຕະລາຍຈາກແປ້ງນົວແມ່ນແບ່ງອອກເປັນສອງສ່ວນໄດ້ແກ່ :
1. ສ່ວນທີ່ເກີດຈາກໂຊດຽມແມ່ນມີດັ່ງນີ້ :
– ເຮັດໃຫ້ພູມຕ້ານທານຮ່າງກາຍມະນຸດຫລຸດລົງ.
– ເຮັດໃຫ້ເກີດມີສານຕົກຄ້າງໃນສະໝອງຂອງເດັກ ເຊິ່ງໃນເມື່ອເດັກໃຫຍ່ຂຶ້ນ ອາດຈະເຮັດໃຫ້ເດັກກາຍເປັນຄົນປັນຍາອ່ອນໄດ້.
– ເຮັດໃຫ້ເດັກແອນ້ອຍເກີດອາການຊັກເຖິງຂັ້ນຮຸນແຮງ ເຊິ່ງບາງຄັ້ງແພດບໍ່ຮູ້ສາເຫດ ອາດເຮັດໃຫ້ການຮັກສາຜິດພາດ ແລະ ເປັນອັນຕະລາຍໄດ້.
– ເປັນໄພຕໍ່ແມ່ຍິງຖືພາເຮັດໃຫ້ມີອາການບວມນໍ້າ ແລະ ຍັງມີພິດໄພຕໍ່ລູກໃນທ້ອງ.
– ອັນຕະລາຍຕໍ່ຜູ້ປ່ວຍໂລກເບົາຫວານ, ໂລກຄວາມດັນ, ໂລກຫົວໃຈ ແລະ ໂລກອື່ນໆທີ່ແພດຫ້າມກິນເຄື່ອງເຄັມ.
2. ພິດໄພ ແລະ ອັນຕະລາຍທີ່ເກີດຈາກແປ້ງນົວໂດຍກົງແມ່ນມີດັ່ງນີ້
ມ ເຮັດໃຫ້ເກີດອາການຮ້ອນທີ່ປາກ, ລີ້ນ, ໃບໜ້າ, ແກ້ມ, ລໍາຄໍ, ໜ້າເອິກ, ບາງຄົນອາດມີຕຸ່ມ ແລະ ຜື່ນສີແດງຂຶ້ນຕາມໂຕ.
ທຳລາຍສະໝອງສ່ວນໜ້າທີ່ມີຊື່ວ່າ : Hypothalamus ເຊິ່ງເປັນສ່ວນສຳຄັນໃນການຄວບຄຸມການຈະເລີນເຕີບໃຫຍ່ຂອງຮ່າງກາຍ ແລະ ລະບົບສືບພັນ, ເຮັດໃຫ້ມີການຈະເລີນເຕີບໂຕຊ້າ, ປັນຍາອ່ອນ ແລະ ສົ່ງຜົນໃຫ້ລະບົບສືບພັນຜິດປົກກະຕິ.
– ທຳລາຍລະບົບປະສາດຕາ.
– ທຳລາຍກະດູກ ແລະ ໄຂກະດູກ ເຊິ່ງເປັນສ່ວນຜະລິດເມັດເລືອດແດງໃນຮ່າງກາຍ, ເຮັດໃຫ້ເລືອດຈາງໄດ້.
– ເຮັດໃຫ້ເປັນໂລກຜິວໜັງໄດ້ງ່າຍ ແລະ ເຮັດໃຫ້ວິຕາມິນໃນຮ່າງກາຍຫລຸດລົງ.
– ເຮັດໃຫ້ເກີດໂລກມະເຮັງໄດ້ໂດຍສະເພາະອາຫານທີ່ມີ່ສວນປະສົມຂອງແປ້ງນົວ ແລະ ຜ່ານຄວາມຮ້ອນຈາການປີ້ງ ຫລື ຈີ່.
ເຮັດໃຫ້ເປັນໂລກປະສາດໄດ້ງ່າຍຂຶ້ນ.ເມື່ອຮູ້ໂທດຂອງແປ້ງນົວຄືດັ່ງທີ່ກ່າວມານີ້ແລ້ວທາງວາລະສານເທວາຂໍແນະນຳໃຫ້ທຸກທ່ານຈົ່ງຫລຸດຜ່ອນການນຳໃຊ້ແປ້ງນົວເຂົ້າໃນການປຸງແຕ່ງອາຫານເຮັດດັ່ງນີ້ກໍ່ເພື່ອເປັນການຮັກສາສຸຂະພາບຂອງທ່ານເອງ.ວາລະສານເທວາ TAVA Magazine