ຮູ້ລະຫວາ ຊຸມເຈົ້າ…!! 7 ປະໂຫຍດ ຈາກການມີເພດສຳພັນທຸກມື້ ມີດີຕໍ່ສຸຂະພາບຫຼາຍຢ່າງ

ການທີ່ເຮົາມີເພດສຳພັນທຸກມື້ ອາດມີປະໂຫຍດຕໍ່ສຸຂະພາບໄດ້ດັ່ງນີ້:
…
1. ຊ່ວຍບຳລຸງສຸຂະພາບຫົວໃຈ ແລະ ຫຼຸດຄວາມດັນເລືອດ: ຄວາມເຄັ່ງຕຶງ ເປັນໜຶ່ງໃນສາເຫດຫຼັກທີ່ເຮັດໃຫ້ເກີດຄວາມດັນເລືອດເພີ່ມສູງຂຶ້ນ ສົ່ງຜົນຕໍ່ສຸຂະພາບຫົວໃຈ, ການທີ່ມີເພດສຳພັນທຸກມື້
ອາດຈະຊ່ວຍເພີ່ມອັດຕາການເຕັ້ນຂອງຫົວໃຈທີ່ເຮັດໃຫ້ເລືອດສູບສູດໄປຫຼໍ່ລ້ຽງອະໄວຍະວະຕ່າງໆ ທົ່ວຮ່າງກາຍ ອີກທັງຍັງຊ່ວຍໃຫ້ລະບົບປະສາດຜ່ອນຄາຍ ແລະ ເຮັດໃຫ້ຄາຍຄວາມເຄັ່ງຕຶງນຳອີກ.
2. ຊ່ວຍເຜົາຜານແຄຣໍຣີ້: ການມີເພດສຳພັນ ອາດເຮັດໃຫ້ອອກແຮງຫຼາຍ ຄືກັບການອອກກຳລັງກາຍ ເຮັດໃຫ້ຊ່ວຍເຜົາຜານໄຂມັນ, ນອກຈາກນັ້ນ
ການມີເພດສຳພັນ 30 ນາທີ ອາດຊ່ວຍໃຫ້ຮ່າງກາຍເຜົາຜານແຄຣໍຣີ້ສ່ວນເກີນໄດ້ຫຼາຍກວ່າ 80 ແຄຣໍຣີ້ ເຊິ່ງອາດສົ່ງຜົນໃຫ້ນ້ຳໜັກຫຼຸດ, ກະຊັບສັດສ່ວນ, ມີຮອບແອວທີ່ນ້ອຍລົງ.
3. ຊ່ວຍໃຫ້ນອນຫຼັບງ່າຍຂຶ້ນ: ການມີເພດສຳພັນທຸກມື້ ອາດເຮັດໃຫ້ຮ່າງກາຍຫຼັ່ງ ຮໍໂມນ ເອນດໍຣ໌ຟິນ (Endorphin) ແລະ ຮໍໂມນ ອ໊ອກຊິໂຕຊິນ (Oxytocin) ເຊິ່ງເປັນ ຮໍໂມນແຫ່ງຄວາມສຸກ,
ຊ່ວຍຜ່ອນຄາຍຄວາມຄຽດ, ຫຼຸດຄວາມສ່ຽງຂອງການເປັນໂຣກຊຶມເສົ້າ ແລະ ເຮັດໃຫ້ນອນຫຼັບສະນິດຫຼາຍຂຶ້ນ, ເພາະການນອນຫຼັບທີ່ດີ ອາດຊ່ວຍໃຫ້ຮ່າງກາຍຕື່ນຕົວພ້ອມດຳເນີນກິດຈະກຳຕ່າງໆໃນຊີວິດປະຈຳວັນ, ພູມຄຸ້ມກັນແຂງແຮງ, ຫຼຸດຄວາມສ່ຽງຕໍ່ການເຈັບປ່ວຍ ແລະ ການຕິດເຊື້ອ.
4. ຜິວເບິ່ງອ່ອນກວ່າໄວ: ການມີເພດສຳພັນທຸກມື້ ອາດຊ່ວຍຫຼຸດຄວາມຄຽດທີ່ເຮັດໃຫ້ສິວຫຼຸດລົງ ແລະ ຍັງເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວ, ເຮັດໃຫ້ຜິວສຸຂະພາບດີຂຶ້ນ ແລະ ຮູ້ສຶກສົດຊື່ນ.
5. ບັນເທົາອາການປວດປະຈຳເດືອນ: ສຳລັບແມ່ນຍິງທີ່ມີອາການປວດປະຈຳເດືອນ ການມີເພດສຳພັນຂະນະມີປະຈຳເດືອນ ອາດຊ່ວຍບັນເທົາອາການ.
ທັງນີ້, ອາດເຮັດໃຫ້ຮູ້ສຶກບໍ່ສະບາຍຕົວໄດ້ ເນື່ອງຈາກປະຈຳເດືອນອາດເປິະເປື້ອນ ແລະ ເຮັດໃຫ້ຄວາມສຸກທາງເພດຫຼຸດລົງໄດ້.
6. ຊ່ວຍໃຫ້ອາຍຸຍືນ: ການມີເພດສຳພັນທຸກມື້ ໂດຍໄປໃຫ້ເຖິງຈຸດສຸດຍອດ ອາດເຮັດໃຫ້ຮ່າງກາຍປ່ອນຮໍໂມນ ດີໄຮໂດຣອີພິແອນໂດຣສະເຕີໂຣນ (Dehydroepiandrosterone)
ທີ່ເປັນຮໍໂມນຊະລໍຄວາມແກ່ຊະລາ, ຊ່ວຍເພີ່ມພູມຄຸ້ມກັນ, ສ້ອມແປງເນື້ອເຍື່ອສ່ວນທີ່ເສຍຫາຍ ອີກທັງຍັງຊ່ວຍໃຫ້ຮ່າງກາຍແຂງແຮງ, ມີເຫື່ອມີແຮງ ແລະ ມີຄວາມສຸກ.
7. ຫຼຸດຄວາມສ່ຽງໃນການເກີດໂຣກມະເຮັງຕ່ອມລູກໝາກ: ເນື່ອງຈາກວ່າ ມະເຮັງ ເກີດຈາກເຊລທີ່ຈະເລີນເຕີບໂຕຜິດປົກກະຕິ, ການທີ່ມີເພດສຳພັນທຸກມື້ ອາດເຮັດໃຫ້ຜູ້ຊາຍຫຼັ່ງອະສຸຈິເປັນປະຈຳ ຊ່ວຍຫຼຸດຄວາມສ່ຽງການເກີດມະເຮັງຕ່ອມລູກໝາກ;
ນອກຈາກນີ້, ການຊ່ວຍຕົວເອງໃຫ້ຫຼັ່ງອະສຸຈິອອກມາ ກໍ່ສາມາດຊ່ວຍຫຼຸດຄວາມສ່ຽງໄດ້ເຊັ່ນກັນ.
ທີ່ມາ: hellokhunmor.