ບອກຕໍ່ໆກັນໄດ້ບຸນ ມັນດີແທ້ຈື່ງຢາກບອກຕໍ່

ບອກຕໍ່ໆກັນໄດ້ບຸນ ມັນດີແທ້ຈື່ງຢາກບອກຕໍ່
…
ເຮັດພາຫວານຂໍຂະມານຳເຈົ້າທີ່ເຈົ້າຖານເຈົ້າດິນເຈົ້າດອນເຈົ້າເຮືອນເຈົ້າຊານເຈົ້າກຳນາຍເວນເຈົ້າແມ່ນາງທໍລະນີເຈົ້າແມ່ຄົງຄາເທວະບຸດເທວະດາ
ບໍ່ເຊື່ອຢ່າລົບຫລູ່ອັນໃດທີ່ເຮົາເຮັດເຮົາຫາຢູ່ມັນຂ້ອງມັນຄາກາຊິດີຂຶ້ນຫາເງິນຫາຄ່ຳກາສະດວກສະບາຍຊີວິດດີຂຶ້ນ ເຮັດອັນໃດບໍ່ເປັນຕາໄດ້ກາໄດ້ອັນໃດຈະດີອາທິຖານເອົາຕາມໃຈມັກ
ວິທີເຮັດ:ເຮັດຕອນເຊົ້າ7-8ໂມງເຊົ້າ #ຫ້າມເຮັດຕອນແລງກັບຕອນສວຍ #ຫັນໜ້າໄປທາງທິດຕາເວັນອອກ #ຫ້າມຫັນໄປທາງທິດຕາເວັ້ນຕົກເດັດຂາດ ເຮັດພາຫວານມີ #ໝາກໄມ້ກັບເຂົ້າ1ຄຳ #ເຮັດ7ພາເບິ່ງຕາມຮູບເລີຍ #ນຳ້7ຈອກ #ແຕ່ງຂັນ5ແມ່ນເຮັດຂັນ5ຕາມໃນຮູບ
ຂັນ5ມີ #ໃບໝາກຍົມ #ໃບດອກຮັກ #ໃບຄູນ #ໃບດອກດາວເຮືອງໃບໝາກຮຸ່ງ #ທຽນໃສ່ໃນຂັນ5ໃສ່ໃນດອກໄມ້ເລີຍໃສ່ຈວຍລະຄູ່ຕ້ອງທຽນຂາວເດີ້ #ແລະ #ກັ້ນຫາຍໃຈກຳເອົາທູບຕາມໃຈ #ບໍ່ຕ້ອງນັບໃສ່ເພິ່ນວ່າຖ້ານັບມັນຊິເປັນການລໍຄ່ອຍຊີວິດ ບໍ່ໃຫ້ນັບໃຫ້ກັ້ນໃຈແລະກຳເອົາຕາມຄວາມເໝາະສົມ
ວິທີເວົ້າ:ກ່ອນເຮັດໃຕ້ທຽນນຳຄູ່1 ໃຕ້ທູບທີ່ກຳມາແລ້ວວາງໃສຂັນ5 ແລ້ວຍໍຂັນ5ຂຶ້ນ ສາທຸ.ສາທຸ.ສາທຸ.ຂ້າພະເຈົ້າຊື່…. ພ້ອມດ້ວຍຄອບຄົວ #ມື້ນີ້ລູກມີຂັນ5ພ້ອມພາຫວານ7ພາ ຂໍບູຊາເຈົ້າທີ່ເຈົ້າຖານເຈົ້າກຳນາຍເວນ ຂໍອານຸຍາດ #16ຊັ້ນຟ້າ15ຊັ້ນດິນ14ເຈົ້າແມ່ຄົງຄາ7ເຈົ້າແມ່ນາງທໍລະນີ ມື້ນີ້ວັນນີ້ຂ້ານ້ອຍຊື່…
ໄດ້ບູຊາເຮືອນຊານເຈົ້າທີ່ເຈົ້າຖານ ຂໍໃຫ້ປົກປັກຮັກສາເອົາຄອບຄົວລູກຫລານ ຜູ້ໃດທີ່ຕົກທຸກໄດ້ຍາກກາຂໍໃຫ້ສຸກຍິ່ງໆຂຶ້ນໄປ ຂໍໃຫ້ຢູ່ດີມີແຮງ ຢ່າເຈັບຢ່າໄຂ້ #ຂໍບຸນທຳມາຂໍບາລະມີໃຫ້ເກີດ ຖ້າວ່າລູກຫລານເຮັດຜິດພາດ ໄປບໍ່ຊ່າງຍ່າງບໍ່ງາມ #ຂໍໃຫ້ເຈົ້າທີ່ເຈົ້າຖານເຈົ້າດິນເຈົ້າດອນເຈົ້າເຮືອນເຈົ້າຊານເຈົ້າກຳນາຍເວນເຈົ້າແມ່ນາງທໍລະນີ
ເຈົ້າແມ່ຄົງຄາເທວະບຸດເທວະດາ ຈົ່ງເອົາໂຫສິກຳໃຫ້ແກ່ລູກຫລານດ້ວຍເທີ້ນ🙏 ເຮັດອັນໃດກາຂໍໃຫ້ຂຶ້ນໃຫ້ເກີນ ເງິນໄຫລໜອງທອງໄຫລມາບໍ່ຂາດເຂີນ ເຮັດທຸລະກິດອັນໃດກາຂໍໃຫ້ຊື້ໄດ້ຂາຍງ່າຍ ທຳມາຄ້າຂຶ້ນ ເຮັດຄ້າຂາຍທຸລະກິດອັນໃດກາຂໍໃຫ້ມີແຕ່ຄົນຮັກຄົນມັກໃນສິນຄ້າລູກດ້ວຍ🙏
ຂໍໃຫ້ທຸລະກິດກ້າວໄກໄປຕະຫລອດການດ້ວຍເທີ້ນ🙏ໄປທາງໃດມາທາງໃດກາມີແຕ່ຄົນຮັກຄົນຫອມ ຊີວິດບໍ່ຂັດສົນ🙏🙏🙏 ອັນໃດຈະດີກາອະທິຖານເອົາຕາມຄວາມເໝາະສົມເລີຍ
ຫລັງຈາກແລ້ວປັກທູບລົງດິນ
ໃຜມັກກາກົດໄລ້ກົດແຊຣ ແຊຣໄວ້ເຮັດ #ໃຜບໍ່ເຊື່ອກາບໍ່ຕ້ອງລົບຫລູ່ ຕາມຄວາມເຊື່ອຂ້ອຍເຮັດມາມັນດີແທ້ຈຶ່ງຢາກບອກຕໍ່