ຮ້ານແລກປ່ຽນໃດບໍ່ປິດລົງໂທດຢ່າງດຽວ

0

ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ

– ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018;

– ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022;

– ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022;

– ອີງຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຕົວແທນຂອງທະນາຄານທຸລະກິດ ສະບັບເລກທີ 111/ທຫລ, ລົງວັນທີ 12 ສິງຫາ 2021.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວ ແທນ ຊາບວ່າ: ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022,

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022 ເພື່ອປ່ຽນແທນສອງຂໍ້ຕົກລົງຄື:

ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 449/ທຫລ, ລົງວັນທີ 14 ມິຖຸນາ 2022.

ຫຼ້າສຸດຮ້ານແລກປ່ຽນກໍໄດ້ພາກັນ ປິດບັນຊີ ອີງຈາກຜູ້ໃຊ້ເຟສບຸກ ເຊິ່ງເປັນເຈົ້າຂອງຮ້ານໄດ້ໂພສວ່າ: ຄິດຮອດເດ. ເສຍດາຍແຊັກເດ ຄວາມຊົງຈຳທີ່ດີທີ່ສຸດ 2ປີນີ້ ບັນຊີພາຫາເງິນຫາຄຳ ສິຢູ່ໃນຄວາມຊົງຈຳຕະຫລອດໄປເດີ.

Leave a Reply

Your email address will not be published. Required fields are marked *