ແຊດ່ວນ.ແຈ້ງເຕືອນກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດຫນາວເຢັນຫຼາຍ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 30 ມັງກອນ ຫາ 5 ກຸມພາ 2023.
,
ໃນໄລຍະວັນທີ 30 ຫາ 31ມັງກອນ 2023 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງຫນືອພັດປົກຄຸມ,
ຊື່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະຫນາວເຢັນຫາຫນາວເຢັນຫຼາຍຢູ່ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ.
,
ຈາກນັ້ນໃນໄລຍະວັນທີ 01 ຫາ 04 ກຸມພາ 2023 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະ ແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເຫນືອທີ່ມີກໍາລັງ ແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຫນາວເຢັນລົງຕື່ມອີກຢູ່ໃນແຕ່ລະພາກ ແລະ ຈະມີລົມພັດແຮງຢູ່ທົ່ວໄປ.
ຄໍາເຕືອນເຝົ້າລະວັງ:
ມວນອາກາດຫນາວເຢັນຈາກປະເທດຈີນໄດ້ມີກໍາລັງແຮງເພີ່ມຂື້ນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໄລຍະວັນທີ 30 ມັງກອນ ຫາ 5 ກຸມພາ 2023
ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫນາວເຢັນລົງ 1 ຫາ 3 ອົງສາ ຢູ່ ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເຫນືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະ ຫນາວເຢັນຫຼາຍ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດຫນາວເຢັນຫຼາຍ ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

,

,,

,,
