ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ,ເປັນລັດຖະມົນຕີ ກະຊວງການເງິນ.

🔥 ດ່ວນ! ມີການປະກາດຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານຫລາຍຕໍາແໜ່ງ.
…
ໃນຕອນເຊົ້າວັນທີ 30 ມັງກອນ 2023, ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ອີງຕາມກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຊຸດທີ 9 ປະຈໍາເດືອນມັງກອນ ປີ 2023 ໄດ້ຕົກລົງເຫັນດີ ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ດັ່ງນີ້:
– ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫລວງນໍ້າທາ
– ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງ ການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງ ສະຫວັນນະເຂດ.
– ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ຢູ່ ແຂວງສາລະວັນ.
– ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ສະຫວັນນະເຂດ ມາຮັບໜ້າທີ່ໃໝ່ເປັນລັດຖະມົນຕີ ກະຊວງການເງິນ.
– ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງສາລະວັນ ມາຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
– ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ
@FM90 ລາຍງານ