ຮີບສະໝັກເລີຍ…!! ບໍລິສັດ ວຽງຈັນເຈັຍລະໄນເພັດ ຈໍາກັດ ຕ້ອງການພະນັກງານຈຳນວນ 150 ຄົນ ຟຮີຫໍພັກ – ລ້ຽງເຂົ້າ 3 ຄາບ

0

ບໍລິສັດ ວຽງຈັນເຈັຍລະໄນເພັດ ຈໍາກັດ ເປັນບໍລິສັດ ລົງທຶນຕ່າງປະເທດ ຈາກປະເທດແບນຢ້ຽມ, ດໍາເນີນທຸລະກິດ ບໍລິການ ເຈ້ຍລະໄນເພັດ ເພື່ອສົ່ງອອກຄືນຕ່າງປະເທດ.

ພະນັກງານເຈັຍລະໄນເພັດຈໍານວນຫຼາຍຜູ້ສະຫມັກຕ້ອງ ມີອາຍຸ18ປີ ຂື້ນໄປ, ບໍ່ຈໍາກັດການສຶກສາ (ອ່ານອອກຂຽນໄດ້).

ບໍລິສັດ ມີສະຫວັດດີການດີ, ມີລະບົບ ປະກັນສັງຄົມ, ສະຖານທີ່ເຮັດວຽກໄດ້ມາດຕະຖານ, ສະອາດ, ປອດໄພ, ມີລະບົບລາຍໄດ້ທີ່ດີ, ມີເງີນອາຍຸງານ. ພ້ອມກັນນັ້ນ ບໍລິສັດ ຍັງມີນະໂຍບາຍ ລ້ຽງອາຫານຟຣີ ສອງຄາບ (ອາຫານ ເຊົ້າ ແລະ ອາຫານທ່ຽງ),

ມີຫໍພັກໃຫ້ຢູ່ຟຣີ, ອາທິດ ຫນຶ່ງເຮັດວຽກ 05ວັນ, ວັນຈັນ ເຖີງ ວັນສຸກ. ພະນັກງານທຸກຄົນຈະໄດ້ຮັບສິດພັກປະຈໍາປີ 15ວັນ/ປີ ແລະ ພັກທາງລັດຖະການ ອີກ 08ວັນປີ, ໃນກໍລະນີເຈັບປ່ວຍກໍ່ຍັງໄດ້ຮັບການປິ່ນປົວຟຣີ,

ກໍລະນີຂາດວຽກເນື່ອງຈາກການເຈັບປ່ວຍ ກໍ່ຈະບໍ່ຖືກຕັດເງີນ ຄ່າແຮງງານ, ແລະ ຍັງມີວັນພັກທີ່ອີງໃສ່ຄວາມຈໍາເປັນອື່ນໆອີກ, ພ້ອມກັນນັ້ນໂຮງງານຍັງມີ ພະແນກບໍລິການ ຮັບຝາກເດັກ ອາຍຸຫນຶ່ງປີລົງມາຟຣີ ອີກດ້ວຍ.

ບໍລິສັດ ມີໂຮງງານຕັ້ງຢູ່ບ້ານ ໂພນທັນ (ກົງກັນຂ້າມຊ້າຍສວາຍກັບສູນການຄ້າລາວໄອເຕັກ) ໃນປັດຈຸບັນ ໂຮງງານພວກ ເຮົາມີພະນັກງານ ຫຼາຍກວ່າ 800 ຄົນ, ແຕ່ບໍລິສັດ ຍັງຕ້ອງການພະນັກງານຕື່ມອີກດັ່ງນີ້:

ສົນໃຈຕິດຕໍ່ດ້ວຍຕົນເອງທີ່ໂຮງງານຕາມທີ່ຢູ່ຂ້າງເທິງນັ້ນ, ໃນໂມງເຮັດວຽກ ວັນຈັນ – ວັນສຸກ ຫຼື

ຕ້ອງການຖາມຂໍ້ມູນເພີ່ມເຕີມ ຕິດຕໍ່ ເບີໂທ : 030 54 333 03.

ທີມາ

Leave a Reply

Your email address will not be published. Required fields are marked *