ວ່າຈັງໃດຄົນໂສດ ໄວໆນີ້ອາດຈະມີເລາຍການຊອກຄູ່ຮັກ ຢູ່ປະເທດລາວແລ້ວເດີ້ ກຽມພາກັນໄປສະໝັກໄດ້

0

ໃນຄວາມເປັນຈິງ ມີໄວໜຸ່ມຫຼາຍຄົນ ມັກຢາກໃຫ້ຜູ້ໃຫ້ຄໍາປຶກສາ ແນະນໍາ ວິທີການຊອກຫາຄູ່ຮັກ ແລະ ສະເໜີ ຢາກໃຊ້ ເວທີການໃຫ້ຄໍາປຶກສາ ເລື່ອງຄວາມຮັກ ເປັນເວທີ ຊອກຫາຄູ່ຮັກ ເຮັດແນວນີ້ ຈະມີປະໂຫຍດຕໍ່ສັງຄົມ

.ນອກຈາກນັ້ນ ນ້ອງ ແອນນາ ຍັງສະແດງຄວາມຄິດເຫັນ ແບບຜູ້ທີ່ປະສົບປະການ ໃນເລື່ອງຂອງຄວາມຮັກ ແລະ ການເລືອກຄູ່ຮັກ.

ນ້ອງບອກວ່າ ການເລືອກຄູ່ທີ່ດີ ແມ່ນໃຫ້ຄົນອື່ນ ຊອກໃຫ້ ຈະດີກວ່າ ຊອກດວ້ຍຕົນເອງ ແລະ ນ້ອງກໍ່ຍັງ ບອກວ່າ ຢາກໃຫ້ ໃຊ້ ເຟສບຸກ ທີ່ໃຫ້ຄໍາປຶກສາບ່ອນນີ້ ເປັນເວທີຊອກຫາຄູ່ຮັກ, ໂດຍໃຫ້ສາມາດ ລົງເບີ ຂອງຜູ້ຕ້ອງການ ຢາກໄດ້ແຟນ

ໃນເຟສ ທີ່ໃຫ້ຄໍາປຶກສານີ້ ແລະ ອາດຈະລົງ ປະຫວັດສັ້ນໆ, ຄວາມສູງ ແລະລົດນິຍົມ …ນ້ອງ ໃຫ້ຄໍາໝັ້ນໃຈວ່າ ຖ້າເຮັດແນວນັ້ນໄດ້ ແນ່ນອນ ຈະມີຍອດວີວ ຜູ້ເຂົ້າເຟສບຸກສູງທີ່ສຸດແນ່ນອນ.

ນອກຈາກແນະນໍາແລ້ວ ນ້ອງ ແອນນາ ຍັງອອກປາກວ່າ ຈະຊວ່ຍແນະນໍາ ຜູ້ທີ່ຈະສາມາດສະໜັບສະໜູນ ເວທີ ຊອກຫາຄູ່ຮັກ ນໍາຕື່ມອີກນ້ອງ ແອນນາ (ນາມສົມມຸດ), ອາຍຸ 27 ປີ ຈາກນະຄອນຫຼວງວຽງຈັນ ແຊັດມາ ປຶກສາ ເລື່ອງການຄວາມຮັກ ທີ່ບໍ່ເຄີຍສົມຫວັງ…

ນ້ອງ ແອນນາ ສະເໜີໃຫ້ ຜູ້ໃຫ້ຄໍາປຶກສາ ຊອກຫາຄູ່ຊວ່ຍແດ່ (ເວົ້າຢອກ ແກມອີ່ຫຼີ)​, ເພາະ ນ້ອງເຂົ້າໃຈວ່າ ຜູ້ໃຫ້ຄໍາປຶກສາ ເປັນຜູ້ຊ່ຽວຊານເລື່ອງຄວາມຮັກ ແລະ ອາດຈະຮູ້ຈັກກັບຫຼາຍຄົນ. ນ້ອງ ແອນນາ ບອກວ່າ ຢາກໄດ້ຜູ້ຊາຍດີດີ ຈັກຄົນ.

ບໍ່ງາມ ບໍ່ລວຍກະໄດ້ ແຕ່ຂໍໃຫ້ດີຕໍ່ນ້ອງກະພໍ ..ຄໍາແນະນໍາຂອງຜູ້ໃຫ້ຄໍາປຶກສາຂອບໃຈ ນ້ອງ ແອນນາ ທີ່ແນະນໍາ ວີທີທີ່ດີ ໃນການຊວ່ຍເຫຼືອສັງຄົມ, ໂດຍສະເພາະກຸ່ມຄົນ ທີ່ຕ້ອງການຄູ່ຮັກ ຫຼື ຜູ້ທີ່ ມີວາດສະໜາໝ້ອຍ ໃນການຊອກຫາຄູ່ຮັກ,…

ນ້ອງອາດຈະເຫັນ ລາຍການໂທລະພາບເລືອກຄູ່ຮັກ ລາຍການໜຶ່ງ ຈາກປະເທດເພື່ອນບ້ານ, ກໍ່ເລີຍ ເກີດມີແນວຄິດຢາກໃຫ້ມີຄືເຂົາຈຸດປະສົງ ຂອງຜູ້ໃຫ້ຄໍາປືກສາ ໃນເບື້ອງຕົ້ນ ແມ່ນຢາກ ໃຫ້ຄໍາປຶກສາ ເລື່ອງ ປະກົດການຫຍໍ້ທໍ້ ໃນສັງຄົມ ຂອງຊາວໜຸ່ມ ແຕ່ ເນືອງຈາກວ່າ ໄວໜຸ່ມທີ່ສົ່ງຂໍ້ຄວາມຜ່ານ ວອດແອັປ

ມາຫາສວ່ນຫຼາຍ ແມ່ນ ຢາກອ່ຽງໄປຫາເລື່ອງຄວາມຮັກ ແລະ ຄວາມຮັກ ກໍ່ເປັນສິ່ງໝື່ງ ທີ່ ໄວໜຸ່ມບອກຕໍ່ໆ ກັນ ແນະນໍາໃຫ້ສົ່ງ ແອັບມາຂໍຄໍາປືກສາ,​ ພ້ອມກັນນັ້ນ ກໍ່ຍັງມີຫຼາຍຄົນແນະໃຫ້ເປັນເວທີ ຊອກຫາຄູ່ຮັກ(ດັ່ງດຽວກັບ ນ້ອງແອນນາ)​, ມັນກໍ່ເປັນໝື່ງ ຂອງການວິວັດທະນາການ ເລື່ອງຄວາມຮັກ

ຈາກການເປັນເລື່ອງທີ່ປິດລັບສຸດຂີດ ກາຍມາເປັນເລື່ອງທີ່ເປີດເຜີຍສູ່ສາທາລະນະຊົນໄດ້.ຜູ້ໃຫ້ຄໍາປືກສາ ໄດ້ຄຶດໃຫ້ຖີ່ຖ້ວນແລ້ວ ຄຶດວ່າ ຖ້າຈັດເວທີຊອກຄູ່ຮັກ ອາດຈະມີບັນຫາ ກັບມາຫາ ຜູ້ໃຫ້ຄໍາປຶກສາ ໃນກໍລະນີ ພົບຫາຄູ່ຮັກແລ້ວຕໍ່ມາ ຖ້າຫາກວ່າຜູ້ຍິງ ຫຼື ຊາຍນັ້ນ ເປັນຄົນບໍ່ດີ

ເຮັດໃຫ້ຜູ້ໜື່ງເສຽຫາຍ ຈະເຮັດໃຫ້ ມີຜົນກະທົບຕໍ່ຜູ້ໃຫ້ຄໍາປືກສາ, ຫຼືໃນກໍລະນີ ທີ່ຜູ້ ຕ້ອງການແຟນໃຫ້ຂໍ້ມູນຂີ້ຕົວະ ເພື່ອສ້າງຄວາມດຶງດູດ, ຫຼັງຈາກຮູ້ຕາມຫຼັງ ສີ່ງນີ້ ຈະມາເປັນໂທດຕໍ່ກັບຜູ້ໃຫ້ຄໍາປຶກສາ ເຊັ່ນກັນ. ອີກເຫດຜົນໜື່ງ ອີງໃສ່ ລັກສະນະຂອງ ໄວໜຸ່ມລາວ ຫຼື ຜູ້ໃຫຍ່ລາວ ທີ່ຊອກຄູ່ຍາກ ສວ່ນຫຼາຍ ແມ່ນຍັງບໍ່ທັນກ້າຫານພໍ ທີ່ຈະສະແດງໃຫ້ຄົນຮູ້ວ່າ ຕົນເອງຢາກມີແຟນ, ຢາກມີຜົວ, ມີເມຍ ເພາະ ອາດຈະຖືກສັງຄົມ ກຸ່ມຄົນ ສວ່ນໃຫຍ່ ຕໍານິວ່າ ເປັນຄົນໜ້າບໍ່ອາຍ !

ດັ່ງນັ້ນ , ຈື່ງເປັນໄດ້ຍາກທີ່ ໃນປັດຈຸບັນນີ້ ເຮົາຈະເອົາ ເຟສບຸກການໃຫ້ຄໍາປຶກສາ ເປັນ ເວທີ ຊອກຫາຄູ່, ເປັນແນວຄຶດທີ່ດີ ແຕ່ວ່າ ສັງຄົມບ້ານເຮົາ ຖ້າທຽບໃສ່ປະເທດເພື່ອນ ແມ່ນຍັງບໍ່ທັນສຸກງອມ …ໃນອະນາຄົດອັນໄກ ອາດຈະເປັນໄປໄດ້ ເນາະນ້ອງເນາະ !​

ສໍາລັບ ຜູ້ທີ່ຊອກແຟນຍາກ ..ຜູ້ໃຫ້ຄໍາປຶກສາ ຈະແນະນໍາ ວິທີການ ແລະ ເປີດຫຼັກສູດຮຽນວິທີການ ຊອກແຟນໄດ້ງ່າຍ ໃນ ມື້ໃດມື້ໜື່ງ ຢູ່ ເຟສບຸກ ບ່ອນນີ້ …

ຂໍໃຫ້ຕິດຕາມກໍ່ແລ້ວກັນ ແຮະ !​ແຮະ !​ສົມກ້ຽວ ກິ່ງສະດາ40 ປີ ແຫ່ງການສື່ສານ ແລະ ສຶກສາຄວາມເປັນຈິງຂອງໄວໜຸ່ມແອປ /ໂທ 020 77880044​

ແຫລ່ງທີ່ມາ: Lao Youth Radio FM 90.0 Mhz

Leave a Reply

Your email address will not be published. Required fields are marked *