ອຸຕຸ​ຄາດ​ 25​ ຫາ​ 29​ ມັງກອນນີ້​ ອຸນຫະພູມອາກາດ​ຈະຫຼຸດລົງ​ 1-3​ ອົງສາ​ ຢູ່ໃນແຕ່ລະພາກ

0

ອຸຕຸ​ຄາດ​ 25​ ຫາ​ 29​ ມັງກອນນີ້​ ອຸນຫະພູມອາກາດ​ຈະຫຼຸດລົງ​ 1-3​ ອົງສາ​ ຢູ່ໃນແຕ່ລະພາກ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 23 ຫາ 29 ມັງກອນ 2023​ ວ່າ:
ໃນໄລຍະວັນທີ 23 ຫາ 24 ມັງກອນນີ້​

ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມ,

ຊື່ງຈະເຮັດໃຫ້ອາກາດອຸ່ນຂື້ນຢູ່ແຂວງພາກກາງ ແລະ ພາກໃຕ້, ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ຈາກນັ້ນວັນທີ 25 ຫາ 29 ມັງກອນ 2023 ມວນອາກາດເຢັນທີ່ປະເທດຈີນຈະມີກໍາລັງແຮງເພີ່ມຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກສ່ຽງໜືອພັດປົກຄຸມດ້ວຍກໍາລັງປານກາງ,

ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 3 ອົງສາ ຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ​ ໜາວເຢັນຫຼາຍຢູ່ແຂວງພາກເໜືອ​ ແຂວງ​ໄຊສົມບູນ​ ແລະ​ ເຂດ​ພູ​ພຽງ​ບໍລະເວນ​

ພ້ອມມີໝອກປົກຫຸ້ມໃນຕອນເຊົ້າ​ ແລະ​ ຈະມີຝົນຕົກໃນລະດັບຄ່ອຍ​ຢູ່ບາງ​ທ້ອງຖິ່ນ​ແຂວງ​ພາກເໜືອ.

..

..

Leave a Reply

Your email address will not be published. Required fields are marked *