ຂ່າວດີ ລາວເຮົາມີແຜນສ້າງທາງດ່ວນເພີ່ມ 5 ເສັ້ນ 2021-2025

ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2022,
…
ຈັດຂຶ້ນລະຫວ່າງວັນທີ 19-20 ມັງກອນ ປີ 2023, ທີ່ນະຄອນຫລວງວຽງຈັນ ກ່ຽວກັບແຜນພັດທະນາທາງດ່ວນໃນ ສປປ ລາວ ວ່າ:
ທາງດ່ວນທີ່ເປັນ ບູລິມະສິດ ແລະ ມີເງື່ອນໄຂໃນແຜນພັດທະນາຂອງຂະແໜງການ ຍທຂ ໄລຍະປີ 2021-2025 ມີທັງໝົດ 5 ເສັ້ນ. ສໍາລັບຄວາມຄືບໜ້າຂອງການພັດທະນາ ມາຮອດປັດຈຸບັນ ສາມາດສັງລວມໄດ້ ດັ່ງນີ້:
1). ທາງດ່ວນແຕ່ ບໍ່ເຕ່ນ, ແຂວງຫລວງນໍ້າທາ ຫາ ນະຄອນຫຼວງວຽງຈັນ:- ຊ່ວງທີ 1 ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເປີດບໍລິການແລ້ວ.- ຊ່ວງທີ 2 ວັງວຽງ-ຫຼວງພະບາງ ແລະ- ຊ່ວງທີ 3 ຫຼວງພະບາງ-ອຸດົມໄຊ ແມ່ນກຳລັງຢູ່ໃນຂັ້ນຕອນຄັດເລືອກເອົາບໍລິສັດໃໝ່ທີ່ມີເງື່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆ ມາສືບຕໍ່ພັດທະນາ.
– ສຳລັບ ຊ່ວງທີ 4 ອຸດົມໄຊ – ບໍ່ເຕັນ ພວມຢູ່ໃນຂະບວນການເຈລະຈາ ໂດຍກະຊວງແຜນການ ແລະ ການລົງທຶນ.
2) ທາງດ່ວນ ແຕ່ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ: ໄດ້ສຳເລັດການກວດກາແບບແຕ້ມລະອຽດ ແລະ ຮັບຮອງແບບແຕ້ມເຕັກນິກ ແລ້ວ ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ພວມດຳເນີນເຈລະຈາເຊັນ ສັນຍາສຳປະທານ.
3) ທາງດ່ວນ ແຕ່ ນະຄອນຫຼວງວຽງຈັນ ຫາ ປາກເຊ ແມ່ນໄດ້ແບ່ງ ເປັນ 5 ຊ່ວງ ຄື:- ຊ່ວງທີ I: ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄຳໄຊ (ສຳເລັດການຮັບຮອງທາງດ້ານເສດຖະກິດ ເຕັກນິກ).
– ຊ່ວງທີ II: ແຕ່ປາກຊັນ ແຂວງບໍລິຄໍາໄຊ ຫາ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ.
– ຊ່ວງທີ III: ແຕ່ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ ຫາ ແຂວງສະຫວັນນະເຂດ (ແຍກທາງເລກ 9B).
– ຊ່ວງທີ IV: ແຕ່ ແຂວງສະຫວັນນະເຂດ (ແຍກທາງເລກ 9B) ຫາ ແຂວງສາລະວັນ (ແຍກທາງເລກ 15).
– ຊ່ວງທີ V: ແຕ່ ແຂວງສາລະວັນ (ແຍກທາງເລກ 15) ຫາ ປາກເຊ, ແຂວງຈຳປາສັກ ແມ່ນຢູ່ໃນໄລຍະສຶກສາ ຄວາມເປັນໄປໄດ້.
4) ໂຄງການທາງດ່ວນ (ແລວໃໝ່) ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແຕ່ເມືອງທ່າແຂກ ຫາ ຊາຍແດນ ລາວ-ຫວຽດນາມ (ນາເພົ້າ-ຈໍຫຼໍ່) ແຂວງຄໍາມ່ວນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກນິກ.
5) ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະ ຄົມ ແຂວງວຽງຈັນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກນິກ, ປັດຈຸບັນ ຢູ່ໃນຂັ້ນຕອນສໍາຫຼວດ- ອອກແບບ ລະອຽດຂອງໂຄງການ (Detail design).
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ຍົກໃຫ້ເຫັນໝາກຜົນທີ່ໄດ້ຮັບຈາກການພັດທະນາທາງດ່ວນ ໂດຍສະເພາະທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍເຕ່ນ ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ທີ່ໄດ້ກໍ່ສ້າງສຳເລັດ ແລະ ກຳລັງນຳໃຊ້ນັ້ນ ໄດ້ຮັບໝາກຜົນ ດັ່ງນີ້:
+ ໝາກຜົນທາງກົງ: ແມ່ນໄດ້ຈາກການແບ່ງປັນຜົນຕາມສັດສ່ວນໃນການຖືຮຸ້ນ ຊຶ່ງເປັນພາລະບົດບາດຂອງກະຊວງ ແຜນການ ແລະ ການລົງທຶນ ໃນນາມຄູ່ສັນຍາເປັນຜູ້ຕິດຕາມຄຸ້ມຄອງ.
+ ໝາກຜົນທາງອ້ອມ: ແມ່ນສະແດງອອກຈາກການຫຼຸດໄລຍະທາງ ແລະ ເວລາໃນການເດີນທາງຂອງປະຊາ ຊົນ (ແຕ່ເດີມໃຊ້ເວລາເດີນທາງ 4 ຊົ່ວໂມງ,
ປັດຈຸບັນ ຂຶ້ນທາງດ່ວນໃຊ້ເວລາພຽງ 1 ຊົ່ວໂມງ), ຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງສິນຄ້າ, ຫຼຸດຜ່ອນຄວາມສ່ຽງການເກີດອຸບັດເຫດຈາກການຂັບຂີ່, ສ້າງຄວາມສະດວກໃນການເດີນທາງໄປມາຂອງ ປະຊາຊົນ ແລະ ອື່ນໆ.