ຂ່າວດີ! ການເປີດໃຫ້ບໍລິການພິມປື້ມສໍາມະໂນຄົວ ແລະ ອອກບັດປະຈໍາຕົວປະຊາຊົນແບບໃໝ່ແມ່ນເປີດນໍາໃຊ້ໄດ້ເປັນປົກກະຕິ.

ຂ່າວດີ! ການເປີດໃຫ້ບໍລິການພິມປື້ມສໍາມະໂນຄົວ ແລະ ອອກບັດປະຈໍາຕົວປະຊາຊົນແບບໃໝ່ແມ່ນເປີດນໍາໃຊ້ໄດ້ເປັນປົກກະຕິ.
..
ແຈ້ງການຈາກກະຊວງປ້ອງກັນຄວາມສະຫງົບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ສະບັບເລກທີ 926/ປກສ, ລົງວັນທີ 05 ສິງຫາ 2013.
ອີງຕາມ ແຈ້ງການ ນໍາໃຊ້ປຶ້ມສໍາມະໂນຄົວ ເພື່ອເຄື່ອນໄຫວເຮັດທຸລະກໍາຕ່າງໆ ແທນບັດປະຈໍາຕົວປະຊາຊົນ ຊົ່ວຄາວ ສະບັບເລກທີ 5297/ຄກຖ, ລົງວັນທີ 13 ກັນຍາ 2022.
ອີງຕາມ ການປັບປຸງ, ສ້ອມແປງລະບົບຖານຂໍ້ມູນຄຸ້ມຄອງສໍາມະໂນຄົວ ແລະ ອອກບັດປະຈໍາຕົວ ໄດ້ທໍາການ ສ້ອມແປງລະບົບສໍາເລັດ.
ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ຮັບຊາບວ່າ:
ປະຈຸບັນ ການປັບປຸງ, ສ້ອມແປງລະບົບ ( PIM ) ແລະ ລະບົບໄຟຟ້າສໍາຮອງ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແມ່ນໄດ້ທໍາການສ້ອມແປງລະບົບສໍາເລັດ ແລະ ດໍາເນີນການນໍາໃຊ້ງານໄດ້ເປັນປົກກະຕິແລ້ວ ລາຍລະອຽດດັ່ງນີ້:
1. ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວ ປະເທດ ຊີ້ນຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກອງບັນຊາການ ປກສ ເມືອງ ທີ່ຂຶ້ນກັບຄວາມ ຮັບຜິດຊອບຂອງຕົນ ເປີດໃຫ້ບໍລິການພິມປຶ້ມສໍາມະໂນຄົວ ແລະ ອອກບັດປະຈໍາຕົວ, ໃຫ້ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ ຢູ່ໃນຂອບເທດທົ່ວປະເທດ, ເລີ່ມແຕ່ວັນທີ 18 ມັງກອນ 2023 ເປັນຕົ້ນໄປ.
2. ໃຫ້ເລີ່ມປ້ອນຂໍ້ມູນປະຊາຊົນລາວຜູ້ທີ່ມີອາຍຸ 15 ປີຂຶ້ນໄປ ເຂົ້າສູ່ລະບົບ ( PIM ) ເພື່ອອອກບັດປະຈໍາຕົວ ປະຊາຊົນ,
3. ແຈ້ງການສະບັບນີ້ແມ່ນໃຊ້ແທນແຈ້ງການ ສະບັບເລກທີ 5297/ຄກຖ, ລົງວັນທີ 13 ກັນຍາ 2022 ຫາກແຈ້ງການສະບັບໃດທີ່ຂັດກັບສະບັບນີ້ລ້ວນແລ້ວແມ່ນຖືກລົບລ້າງ.