ທະນະບັດໃບ 500 ກີບ ອາດຈະບໍ່ມີໃນລະບົບເສດຖະກິດລາວໃນອານາຄົດອັນໃກ້

ທະນະບັດໃບ 500 ກີບ ອາດຈະບໍ່ມີໃນລະບົບເສດຖະກິດລາວໃນອານາຄົດອັນໃກ້
…
ໃນປະຈຸບັນເງິນກີບທີ່ໜູນວຽນໃນລະບົບເສດຖະກິດມີ 8 ປະເພດ ໄດ້ແກ່ໃບ: 500 ກີບ, 1000 ກີບ, 2000 ກີບ, 5000 ກີບ, 10000 ກີບ, 20000 ກີບ, 50000 ກີບ ແລະ 100000 ກີບ ແຕ່ອີງໃສ່ສະພາບເສດຖະກິດປະຈຸບັນ ເງິນໃບ 500 ກີບອາດຈະຫາຍຈາກລະບົບເສດຖະກິດໃນອານາຄົດກໍ່ເປັນໄປໄດ້
ເປັນຫຍັງຈື່ງວ່າແນວນັ້ນ ມື້ນີ້ 10 Story ຈະມາວິເຄາະສູ່ຟັງ
ໂດຍໃບ 500 ກີບ ຖືວ່າເປັນທະນະບັດມູນຄ່ານ້ອຍສຸດທີ່ໜູນວຽນໃນລະບົບເສດຖະກິດ ແຕ່ເນື່ອງຈາກສະພາບເສດຖະກິດລາວທີ່ຜ່ານມາໄດ້ຮັບຜົນກະທົບຫຼາຍດ້ານ
ບໍ່ວ່າຈະເປັນການລ໊ອກດາວໂຄວິດ-19 ສົງຄາມລະຫວ່າງປະເທດ ນະໂຍບາຍເງິນຕາຕ່າງປະເທດ ການອ່ອນຄ່າເງິນກີບ ແລະປັດໄຈຕ່າງໆນຳໄປສູ່ພາວະເງິນເຟີ້
ເຮັດໃຫ້ລະດັບລາຄາສິນຄ້າໃນທ້ອງຕະຫຼາດເພີ່ມສູງຂື້ນຕາມໆກັນ ສົ່ງຜົນກະທົບຕໍ່ເງິນທີ່ເຮົາມີຢູ່ປະລິມານເທົ່າເດີມ ແຕ່ຊື້ສິນຄ້າໄດ້ໜ້ອຍລົງ
ສ່ວນໃນດ້ານຫົວໜ່ວຍທຸລະກິດກໍ່ຈຳເປັນຕ້ອງເພີ່ມລາຄາສິນຄ້າແລະບໍລິການຂື້ນ ເພື່ອເຮັດໃຫ້ທຸລະກິດດຳເນິນຕໍ່ໄປໄດ້
ຈົນເຮັດໃຫ້ລາຄາສິນຄ້າປະຈຸບັນແທບຈະບໍ່ມີລາຄາເລີ່ມຕົ້ນ 500 ກີບແລ້ວ ເຊີ່ງເມື່ອທຽບແຕ່ກ່ອນສິນຄ້າບາງຢ່າງເຊັ່ນ: ຂະໝົມ,ຢາສະຜົມ ແລະສິນຄ້າບາງລາຍການ ເງິນ 500 ກີບກໍ່ຍັງສາມາດຊື້ໄດ້
ການເພິ່ມຂື້ນຂອງລາຄາສິນຄ້າເຮັດໃຫ້ທະນະບັດໃບ 500 ກີບ ມີຄວາມຕ້ອງການໜ່ອຍລົງ ເພາະບໍ່ສາມາດນຳໄປແລກສິນຄ້າໄດ້ ປະກອບກັບການພິມເງິນອອກມາກໍ່ມີຕົ້ນທຶນເຊັ່ນກັນ
ແລະເຫດການແບບນີ້ເຄີຍເກີດຂື້ນກັບປະເທດລາວເຊັ່ນກັນ ໃນຊ່ວງໃນປີ 1997 ວິກິດຕົ້ມຍໍ້າກຸ້ງ ທີ່ເກີດຈາກ
ປະເທດໄທ ແລ້ວແພ່ລາມທົ່ວອາຊີ ແລະປະເທດລາວກໍ່ໄດ້ຮັບຜົນກະທົບເຊັ່ນກັນ ໂດຍສະເພາະໃນປີ 1999 ເງິນເຟີ້ປະເທດລາວແຕະລະດັບ 125%
ເປັນອັດຕາເງິນເຟີ້ທີ່ສູງທີ່ສຸດໃນປະຫວັດສາດລະບົບເສດຖະກິດລາວ ຈົນເຮັດໃຫ້ໃນເວລານັ້ນເງິນໃບລະ 100 ກີບ ແທບຈະບໍ່ມີຄວາມໝາຍເລີຍ
ຈາກປະຫວັດສາດເສດຖະກິດລາວ ແລະ ສະພາບເສດຖະກິດໃນປະຈຸບັນ ເຮົາຈະເຫັນໄດ້ວ່າທະນະບັດໃບ 500 ກີບ ອາດຈະບໍ່ມີໃນລະບົບເສດຖະກິດໃນອານາຄົດອັນໃກ້ນີ້ ກໍ່ອາດເປັນໄປໄດ້
ຈາກ 10STORY #500Kip #Laos
Reference
https://data.worldbank.org/indicator/FP.CPI.TOTL.ZG?locations=LA