ງານເທດສະການດອກງິ້ວບານ ຄັ້ງທີ 20 ຢູ່ແຂວງບໍ່ແກ້ວ ປະຈຳປີ 2023

0

ປີນີ້ ຈັດຫຍິ່ງໃຫຍ່ ອະລັງການ ພ້ອມມີຫຼາຍກິດຈະກໍາ ໄວ້ຄອຍຕ້ອນຮັບທ່ານ ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ:

..

ການປະກວດ ນາງສາວດອກງີ້ວບານ ແລະ ການປະກວດນາງສາວທ່ອງທ່ຽວລາວ. ນອກຈາກນີ້ ຍັງມີກິດຈະກຳຕ່າງໆທີ່ໜ້າສົນໃຈເຊັ່ນ:

ການສະແດງສິລະປະ 4 ປະເທດ, ງານແຂ່ງຂັນຊ່ວງເຮືອ 4 ປະເທດ ລາວ ໄທ ມຽນມາ ຈີນ, ກິດຈະກຳປ່ອຍໂຄມໄຟ 1000 ອັນ, ກິດຈະກຳລອຍກະທົງ, ງານແຂ່ງຂັນຕີມວຍ, ງານເທດສະການດົນຕີ ດອກງິ້ວສີຄຳ.

ເພີ່ມຕື່ມຈາກນີ້ ຍັງຈະມີ ການຈັດກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານຄັ້ງທີ 20 ເພື່ອສົ່ງເສີ່ມການທ່ອງທ່ຽວ ແລະ ວັດທະນະທໍາ.

ຖືວ່າເປັນການຈັດງານທີ່ຍິ່ງໃຫຍ່ ກວ່າທຸກໆປີ ທີ່ເຄີຍຈັດຜ່ານມາ ຫຼັງຈາກບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19.

ງານດັ່ງກ່າວຈະຈັດຂຶ້ນໃນວັນທີ 25-29 ມັງກອນ 2023​ ທີ່ເຂດເສດຖະກິດພີເສດສາມຫລ່ຽມຄຳ.

ດັ່ງນັ້ນ,​ ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ​ ໄປທ່ຽວຊົມງານດັ່ງກ່າວດ້ວຍ ຊາວແຂວງບໍ່ແກ້ວ ຍິນດີຕ້ອນຮັບ ທຸກໆທ່ານ.

CR: MediaLAOS

Leave a Reply

Your email address will not be published. Required fields are marked *