ຄົນດຽວໃນລາວ! ຜູ້ປ່ຽນຂໍທານກວ່າ400ຄົນໃຫ້ເປັນຄົນມີອາຊີບ

0

ຄົນດຽວໃນລາວ! ຜູ້ປ່ຽນຂໍທານກວ່າ400ຄົນໃຫ້ເປັນຄົນມີອາຊີບ

..

ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ຜູ້ປ່ຽນຂໍທານກວ່າ 400ຄົນ ໃຫ້ມີອາຊີບ, ຮູ້ອອກແຮງງານຜະລິດ ຈົນຊີວິດດີຂຶ້ນ

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ (ນັກພັດທະນາດີເດັ່ນແຫ່ງຊາດ) ກັບ ໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປົ້າໝາຍຫລັກຂອງໂຄງການ

ເພື່ອຫັນປ່ຽນການດໍາລົງຊີວິດຂອງປະຊາຊົນທີ່ ‘ຂໍທານ’ ເປັນອາຊີບຫາກິນ ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່, ຮູ້ເຮັດການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.

ເປົ້າໝາຍເກົ່າ 27 ຄອບຄົວ ເພີ່ມຂຶ້ນອີກ 50 ຄອບຄົວ, ລວມທັງໝົດເປັນ 77 ຄອບຄົວ, 482 ຄົນການຈັດຕັ້ງປະຕິບັດສອງໂຄງການ

..

ລວມໄລຍະເວລາທັງໝົດ 3 ປີກວ່າ(01 ມັງກອນ 2016 ເຖິງ 30 ກຸມພາ 2019) ໂດຍໄດ້ຄົ້ນຄວ້າ, ຊົດເຊີຍເອົາດິນຈາກປະຊາຊົນ 48ເຮັກຕາກວ່າ

ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນໃນເປົ້າໝາຍ ນຳໃຊ້ສືບທອດໄດ້ (ແຕ່ຫ້າມຊື້ຂາຍ ພ້ອມນີ້, ຍັງໄດ້ຊ່ວຍປັບປຸງ ດ້ານວຽກງານການສຶກສາ, ສາທາລະນະສຸກ,

ວຽກສະຫວັດດີການສັງຄົມ ແລະ ສາສະໜາ ຕື່ມອີກ. (ສະລຸບຕີລາຄາຄືນໃນກອງປະຊຸມ ວັນທີ 15 ກັນຍາ 2022)

ທີ່ມາ: ຂປລ

Leave a Reply

Your email address will not be published. Required fields are marked *