ນັບວ່າເປັນຄັ້ງປະຫວັດສາດຂອງຊາດລາວ ກໍຄືໃນວົງການແມ່ຍິງລາວ,

ນັບວ່າເປັນຄັ້ງປະຫວັດສາດຂອງຊາດລາວ ກໍຄືໃນວົງການແມ່ຍິງລາວ,
ແວດວົງນາງງາມຂອງແມ່ຍິງລາວທີ່ໄດ້ໄປສ້າງ ບົດບາດ, ຊື່ສຽງຂອງປະເທດຊາດກ້າວສູ່ຈັກກະວານ ໂດຍນາງ ປາເຄັ່ງຊາ ລໍ່ ທີ່ມີອາຍຸພຽງ 21 ປີ ໄດ້ມີໂອກາດໄປຮ່ວມ ແຂ່ງຂັນນາງງາມຈັກກະວານຢູ່ປະເທດສະຫະລັດອາເມລິກາ
ສາມາດເຂົ້າຮອບ 16 ຄົນໃນຈໍານວນ 80 ກວ່າຄົນ ແລະ ມີ 80 ກວ່າປະເທດທີ່ໄດ້ເຂົ້າຮ່ວມໃນຄັ້ງນີ້.
Uາເຄັ່ງຊາລໍ່ ເປັນຄົນເຊື້ອຊາດລາວ, ຊົນເຜົ່າມົ້ງ ທີ່ມີຖິ່ນກໍາເນີດແຂວງຊຽງຂວາງ ສປປ ລາວ,
ເປັນນັກສຶກສາ ວິທະຍາໄລ ລາວ-ອາເມລິກາ ແລະ ແຖມຍັງເປັນຄູສອນພາສາອັງກິດ ພຽບພ້ອມຄວາມຮູ້ຄວາມສາມາດທີ່ຜ່ານການ
ສຶກສາຮ່ໍາຮຽນທັງຝຶກຝົນຫລໍ່ຫລອມຕົນເອງໃນຂະບວນການວິວັດຄວາມກ້າວຫນ້າຂອງສັງຄົມຈົນສາມາດາວນາງ ງາມຈັກກະວານສົມດັ່ງຄວາມຕັ້ງໃຈຫວັງ ແລະ ຄວາມມຸ່ງມາດປາດຖະຫນາຂອງຕົນເອງ.
ເວົ້າເຖິງການໄປຮ່ວມແຂ່ງຂັນນາງງາມຈັກກະວານຂອງປະເທດເຮົາກໍມີຫລາຍຄັ້ງ ແລະ ຫລາຍລາຍການ ແຕ່ບໍ່ທັນ ເຄີຍເຂົ້າຮອບເລິກໆແບບນີ້ຈັກເທື່ອ, ສ່ວນຫລາຍກໍໄດ້ແຕ່ຮອບເປີດສາກແລ້ວກໍຍົກບ່າຍບ່າຍາເລເວທີດ້ວຍ
ຄວາມຜິດຫວັງ, ແຕ່ຄັ້ງນີ້ກໍ່ຖືວ່າເປັນຄັ້ງປະຫວັດສາດທີ່ນາງ Uາເພັງຊາບໍ່
ກໍຄືຄົນລາວແມ່ຍິງລາວເຮົາສາມາເຮັດໄດ້ ຂໍຊົມເຊີຍຜູ້ເບື້ອງຫລັງ ຕະຫລອດຄະນະຮັບຜິດຊອບທີ່ໄດ້ຄຸກຄີ, ມີຄວາມຕັ້ງຫນ້າຜ່ານຜ່າອຸປະສັກຫຍຸ້ງຍາກ, ນ້ໍາໃຈ ເສຍສະຫລະເຫື່ອແຮງ ຕະຫລອດຮອດວັດຖຸເງິນຄໍາ
ນັບແຕ່ຂັ້ນເລີ່ມຕົ້ນຈົນໄປຮອດນາງນາງປະຈໍາປີຂອງລາວເຮົາຈົນກ່າວນາງງາມຈັກກະວານໃນຄັ້ງປະຫວັດສາດ.
ຈາກຜົນງານທີ່ນາງ ປາເຄັ່ງຊາລໍ່ ເຮັດໄດ້ສົມກຽດ ແລະ ຮ່າງງົດງາມນີ້ ເປັນການຊີ້ໃຫ້ເຫັນວ່າຄົນລາວ, ແມ່ຍິງລາວກໍ ສາມາດເຮັດໄດ ້ເຖິງວ່າປະເທດລາວເປັນປະເທດນ້ອຍ ພົນລະເມືອງອຍ ຊ້ໍາບໍ່ຫນໍາຍັງເປັນປະເທດທຸກຍາກ ແລະ ຍັງ ດອຍພັດທະນາ, ການທີ່ໄປສ້າງຜົນງານ, ບົດບາດ, ຊື່ສຽງໃນເວທີສາກົນມັນເປັນການປະກອບສ່ວນອັນໃຫຍ່ຫລວງໃນ
ພາລະກິດສ້າງສາພັດທະນາປະເທດຊາດ.
ນອກຈາກນັ້ນ ຍັງເປັນການໂຄສະນາເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດຕໍ່ສາກົນ ເຮັດໃຫ້ ນາໆອະລິຍະປະເທດໃນໂລກຄົນລາວ, ປະເທດລາວຫລາຍຂຶ້ນ ທັງເປັນການສົ່ງເສີມບົດບາດຂອງແມ່ຍິງລາວ, ສົ່ງເສີມ
ການທ່ອງທ່ຽວໃນຍຸກປັດຈຸບັນ ແລະ ອະນາຄົດ. ນາງ ປາເພັງຊາ ແລະ ຄະນະຮັບຜິດຊອບສົມຄວນໄດ້ຮັບການຍ້ອງ
ຮ່າງເຫມາະສົມ ແລະ ສົມກຽດຈາກພັກ ແລະ ລັດຖະບານລາວ.
ຊາວຊຽງຂວາງຫາກໍ່ສໍາເລັດການຈັດງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ແລະ ສາມາດຍາດໄດ້ຫລຽນຄໍາ, ຫລຽນເງິນ, ຫລຽນທອງແດງເປັນອັນດັບຫນຶ່ງຂອງປະເທດ ສົມກັບເປັນແຂວງວິລະຊົນ, ສາວຊຽງຂວາງທັງງາມທັງເກັ່ງ.