ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຢ້ຽມຢາມກອງພັນໃຫຍ່ 605

ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຢ້ຽມຢາມກອງພັນໃຫຍ່ 605
ເນື່ອງໃນໂອກາດ ວັນສ້າງກອງທັບປະຊາຊົນ ລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023), ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ກອງພັນໃຫຍ່ 605 ໃນວັນທີ 18 ມັງກອນ 2023 ນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 605 ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ໄດ້ລາຍງານໂດຍຫຍໍ້ ສະພາບທີ່ຕັ້ງ, ພາລະບົດບາດ ແລະ ຈຸດພິເສດ ຂອງກອງພັນໃຫຍ່ 605 ໃນໄລຍະຜ່ານມາ ເຊິ່ງກອງພັນໃຫຍ່ພວກເຮົາມີພາລະບົດບາດເຮັດໜ້າທີ່ໃນການປົກປັກຮັກສາປະເທດຊາດສ້າງຕັ້ງຂຶ້ນສືບເນື່ອງມາຈາກກອງພັນປຶນໃຫຍ່ໜ້າດິນເຊິ່ງເປັນກົມກອງທໍາອິດຂອງເຫລົ່າຮົບປຶນໃຫຍ່ໜ້າດິນກອງທັບປົດປ່ອຍປະຊາຊົນລາວ ສ້າງຕັ້ງຂື້ນໃນ
ວັນທີ 15 ທັນວາ 1954 ຢູ່ເຂດທີ່ໝັ້ນການປະຕິວັດແຂວງ ຫົວພັນ,ພາຍຫຼັງໄດ້ຮັບການສ້າງຕັ້ງກົມກອງໄດ້ເຮັດໜ້າທີ່ປະສານສົມທົບກັບກົມກອງເພື່ອນເຄື່ອນໄຫວຕ່ໍສູ້ກັບສັດຕູຜູ້ຮຸກຮານອັນລະອິດລະອ້ຽວຂ້ຽວຂາດເຕັມໄປດ້ວຍການເສຍສະຫຼະນາໆປະການ ແລະ ມາໃນປີ1984 ກະຊວງ
ປ້ອງກັນປະເທດໄດ້ປະກາດສ້າງຕັ້ງເປັນກອງພັນໃຫຍ່ 605 ເຊິ່ງຜ່ານມາກົມກອງໄດ້ຮັບນາມມະຍົດຕ່າງໆຢ່າງສົມກຽດໃນນີ້ກົມກອງວິລະຊົນ 4 ກົມກອງນາມມະຍົດວິລະຊົນແຫ່ງຊາດ 3 ສະຫາຍ
ນັກຮົບແຂ່ງຂັນ 18 ສະຫາຍ ນອກນັ້ນຍັງໄດ້ຮັບການຍ້ອງຍໍດ້ວຍຮູບການຕ່າງໆຢ່າງສົມກຽດ
ຕະຫຼອດໄລຍະຜາ່ນມາກອງພັນໃຫຍ່ 605 ໄດ້ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມທັງເຮັດໜ້າທີ່ກຽມພ້ອມສູ້ຮົບ
ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ນອກນີ້ຍັງເປັນກຳລັງຫຼັກແຫຼ່ງໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະໄດ້ນຳພາ-ຊີ້ນຳ ບັນດາກົມກອງ ລົງສົມທົບກັບອຳນາດການປົກຄອງບ້ານອ້ອມຂ້າງ ປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ເພື່ອຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບຂອບເຂດຕົນຮັບຜິດຊອບມີຄວາມສະຫງົບປອດໄພດີ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນຳວຽກງານເພີ່ມພູນຜະລິດຜົນຕາມທິດນຳ 4 ປູກ 4 ລ້ຽງ
ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງກອງທັບປະຊາຊົນລາວໃນໄລຍະ 74 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງພັນໃຫຍ່ 605 ຈົ່ງເຊີດຊູສະຕິລະວັງຕົວ,
ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ສົມທົບແໜ້ນກັບວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອສືບຕໍ່ກໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່ຮາກຖານໃຫ້ທົ່ວເຖິງ,
ຍົກສູງສະຕິເປັນເຈົ້າການໃນການປົກປັກຮັກສາທ້ອງຖິ່ນ, ຕ້ານທຸກການເຄື່ອນໄຫວມ້າງເພທຳລາຍໃນຫຼາຍດ້ານຂອງບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ ໄປພ້ອມກັບການເພີ່ມທະວີເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ກົມກອງຕັ້ງທັບຢູ່ບ່ອນໃດ
ຕ້ອງເຮັດວຽກງານກໍ່ສ້າງຮາກຖານຢູ່ບ່ອນນັ້ນໃຫ້ດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບອຳນາດປະຊາທິປະໄຕປະຊາຊົນ, ປົກປັກຮັກສາສິດເປັນເຈົ້າຂອງປະຊາຊົນ, ໂຄສະນາປຸກລະດົມຂົນຂວາຍປະຊາຊົນໃຫ້ສາມັກຄີປຸ້ມລຸມກັນ ສ້າງສາພັດທະນາບ້ານຊ່ອງ ແລະ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ,ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດສອດຄ່ອງກັບໜ້າທີ່ການເມືອງຂອງຕົນ,
ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງຂາດຕົວ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ.
ໃນນັ້ນ, ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະມີຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາ ຕ້ອງມີແບບແຜນ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີ, ຍົກສູງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ
ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍສຸມໃສ່ດ້ານກະສິກຳທີ່ເປັນທ່າແຮງ (ການປູກຝັງ, ລ້ຽງສັດ) ໃຫ້ເປັນຂະບວນກວ້າງຂວາງ,
ໄປຄຽງຄູ່ກັນນີ້ຍັງປະຕິບັດຫຼັກການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບປະເທດໃກ້ຄຽງ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ,
ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ ພ້ອມນີ້ ,ຄະນະດັ່ງກ່າວຍັງໄດ້ຮັບຊົມການສະແດງ ການທະຫານ ຂັ້ນຈຸບຸກຕີຂອງພະນັກງານ-ນັກຮົບວິທະຍາຄານກົມມະດຳຕື່ມອີກ
ໂດຍ ຈັນທະວົງ ອຸ່ນວິໄລຫົງ