ເປຍ໌ຕົວເອງໄດ້ແລ້ວ ກໍ່ບໍ່ລືມທີ່ຈະເປຍ໌ພໍ່ແມ່

0

ເປຍ໌ຕົວເອງໄດ້ແລ້ວ ກໍ່ບໍ່ລືມທີ່ຈະເປຍ໌ພໍ່ແມ່
🎁ຂອງຂວັນປີໃໝ່ຍ້ອນຫຼັງ ໃຫ້ທູນຫົວທັງ 2 ຄໍາຜູ້ລະ 5 ບາດ

ພໍ່ເອົາສາຍແຂນ 5 ບາດ ແມ່ເອົາສ້ອຍຄໍ 5 ບາດ ລວມ 10 ບາດ ມື້ນີ້

📌1 ໃນເປົ້າໝາຍໃນການຫາເງີນຂອງແມ່ໄໝ ຄືຫາເງີນໃຫ້ໄດ້ຫຼາຍໆ ເພື່ອຈະແບ່ງເງີນກ້ອນ 1 ຫຼື ຂອງຂວັນຊີ້ນໃຫຍ່ 1 ໃຫ້ພໍ່ແມ່ທຸກປີ
ຍີ່ງຕັ້ງເປົ້າໝາຍໃຫຍ່ຍີ່ງມີແຮງຄັບເຄື່ອນໃນການຫາເງີນ

🙏🏻❤️ຂອບໃຈທີ່ພໍ່ແມ່ ທີ່ໃຫ້ເກີດມາ ແລະ ສັ່ງສອນ ຝຶກໃຫ້ ລູກມີຄວາມອົດທົນແຕ່ນ້ອຍ, ຮຽນຮູ້ຫາເງີນແຕ່ນ້ອຍ

🙏🏻❤️ຂອບໃຈທີ່ພໍ່ແມ່ ເປັນແບບຢ່າງໃນການ ສູ້ຊົນທໍາມາຄ້າຂາຍເປັນແບບຢ່າງ ໃຫ້ເຫັນຈົນຮອດປະຈຸບັນຍັງບໍ່ຢຸດເຮັດຢຸດຫາ

📌ສີ່ງທີ່ໄໝຢາກໄດ້ຈາກພໍ່ແມ່ທີ່ສຸດຕອນນີ້ຄື : ຂໍໃຫ້ພໍ່ແມ່ມີສຸກຂະພາບແຂງແຮງ ຢູ່ເປັນກໍາລັງໃຈ ເປັນແຮງຄັບເຄື່ອນ ໃຫ້ລູກ ຢູ່ເບີ່ງຄວາມສໍາເລັດຂອງລູກທຸກບາດກ້າວ

🙏🏻❤️ຂອບໃຈຜົວທີ່ຊັບຟອດ
🙏🏻❤️ຂອບໃຈແບຣນM9ທີ່ສານຝັນໃຫ້ທຸກຢ່າງບໍ່ມີM9ບໍ່ມີມື້ນີ້

❤️ຂອບໃຈລູກຄ້າ ແລະ ຕົວແທນ ທີ່ຊັບຟອດ

Leave a Reply

Your email address will not be published. Required fields are marked *