ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ

ວັນທີ 13 ມັງກອນນີ້, ຕຳຫຼວດເມືອງ ແທງຊວນ ແລະ ຕຳຫຼວດນະຄອນ
…
ຮ່າໂນ້ຍ ພວມດຳເນີນການສືບສວນສອບສວນເຫດຄາດຕະກຳທີ່ເຮັດໃຫ້ເດັກຍິງຜູ້ໜຶ່ງເສຍຊີວິດຢູ່ຖະໜົນ ເວືອງເທືອວູ, ເມືອງ ແທງຊວນ ປະເທດ ຫວຽດນາມ.ຂໍ້ມູນເບື້ອງຕົ້ນ,

ກ່ອນໜ້ານັ້ນ, ເວລາປະມານ 23:30 ໂມງ, ປະຊາຊົນ ໄດ້ຍິນສຽງໂຕ້ແຍ້ງ ແລະ ຕໍ່ສູ້ກັນ ຢູ່ຕໍ່ໜ້າເຮືອນເລກທີ 82 ຖະໜົນ ເວືອງເທືອວູ.ເວລານີ້,

ມີຜູ້ຊາຍໃສ່ໝວກກັນນ໋ອກ ໄດ້ທຸບຕີຍີງສາວ ທັງຕີທັງທັງເຕະເຮັດໃຫ້ຍິງສາວລົ້ມຫລາຍຄັ້ງ ຈາກນັ້ນກະຈັບມີດອອກມາແລະກະໜ່ຳແທງຫລາຍສີບຄັ້ັງຈົນເຮັດໃຫ້ຍິງສາວເສຍຊີວິດຄາທີ

ຫລັງຈາກກໍ່ເຫດຜູ້ກ່ຽວກໍໄດ້ຫຼົບໜີໄປຕາມແຫຼ່ງຂ່າວຈາກ ໜັງສືພິມ ຈາລະຈອນ ໃຫ້ຮູ້ວ່າ:
ໃນຂະບວນການສອບສວນ, ເບື້ອງຕົ້ນ ເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ຜູ້ຕ້ອງຫາທີ່ກໍ່ເຫດແມ່ນແຟນເກົ່າຂອງຜູ້ເສຍຊີວິດ.

ດັ່ງນັ້ນ, ຈຶ່ງເປັນໄປໄດ້ວ່າສາເຫດເບື້ອງຕົ້ນແມ່ນເກີດຄວາມຂັດແຍ້ງທາງດ້ານຄວາມຮູ້ສຶກ.
