ແອບສ່ອງ! ປະຫວັດ ປ່າເຢັ້ງຊາລໍ່

0

ມົງລົງເປັນທີ່ຮຽບຮ້ອຍ ນາງງາມຈັກກະວານລາວ 2022 ໃນຄໍ່າຄືນອັນພິເສດ 8 ຕຸລາ 2022

..

ນ້ອງປ່າເຢັ້ງຊາ ລໍ່ MUL07 ໄດ້ຮັບຕໍາແໜ່ງ ມີສຢູນິເວີຣສລາວ 2022 (Miss Universe Laos 2022) ພ້ອມລາງວັນພິເສດອີກ 2 ລາງວັນ ຄື.

ໄດ້ຮັບລາງວັນ Miss Perfect Skin By Renita Beauty Center ແລະ ລາງວັນ Smart Lady By Naree.

ເຊິ່ງຈະໄດ້ກາຍເປັນຕົວແທນສາວງາມຈາກປະເທດລາວໄປປະກວດຕໍ່ໃນເວທີສາກົນ ຫຼື ມີສຢູນິເວີຣສ 2022 (Miss Universe 2022) ນັ້ນເອງ.

ນ້ອງປ່າເຢັ້ງຊາ ລໍ່(ນ້ອງປ່າ) MUL07 ເປັນສາວລາວເຜົ່າມົ້ງຄົນໜຶ່ງທີ່ກຳເນີດເຕີບໃຫຍ່ມາຈາກແຂວງຊຽງຂວາງ ແດນທົ່ງໄຫຫີນ ເພິ່ນມັກຮັກໃນການຮຽນໂດຍສະເພາະແມ່ນຮຽນພາສາອັງກິດ

ເພາະນ້ອງເຊື່ອວ່າການທີ່ເຮົາເວົ້າ, ເຂົ້າໃຈ ແລະເກັ່ງໃນພາສາອັງກິດຈະຊ່ວຍໃຫ້ມີອະນາຄົດທີ່ດີໄດ້!ນ້ອງປ່າບໍແມ່ນເດັກຮຽນອິນເຕີມາແຕ່ນ້ອຍ ແຕ່ນ້ອງເປັນຜູ້ຂະຫຍັນມັກຊອກຮູ້ຮ່ຳຮຽນຕາມຊ່ອງທາງຕ່າງໆເທົ່າທີ່ມີ

ເປັນໂຊກດີຂອງນ້ອງຢ່າງໜຶ່ງຄືເກີດໃນຍຸກທີ່ມີພ້ອມທັງອິນເຕີເນັດ, ຊ່ອງທາງການຮຽນຮູ້ທີ່ເຂົ້າເຖິງງ່າຍ ນ້ອງຈຶ່ງສະແຫວງຫາສິ່ງທີ່ທີ່ຕົນຄິດວ່າດີຈາກອິນເຕີເນັດຄວບຄູ່ກັບການຮຽນຢູ່ໂຮງຮຽນ

ນ້ອງບອກວ່າ ນ້ອງມັກສາວຄູສອນພາສາອັງກິດຄົນໜຶ່ງໃນຊ່ອງຢູທຸບທີ່ສຸດ ເພາະເພິ່ນອອກສຽງເປັນພາສາອັງກິດອາເມລິກັນ ເຊິ່ງຟັງແລ້ວມ່ວນ ນ້ອງຈຶ່ງເລືອກທີ່ຈະຕິດຕາມ ແລະເດີນທາງສາວຄູຄົນນັ້ນ ເພື່ອຫັດຜັນສຽງຕົນເອງໃຫ້ເປັນໄປຕາມເຈົ້າຂອງພາສາ.

ນອກຈາກນີ້ ນ້ອງຍັງມັກຟັງເພງທີ່ເປັນພາສາອັງກິດ ເພື່ອໃຫ້ເຂົ້າໃຈຄວາມໝາຍຄຳສັບທີ່ຫຼາກຫຼາຍ ໂດຍສະເພາະການໃຊ້ສຽງຄວບຕ່າງ ພ້ອມນີ້ຢູ່ແຂວງຊຽງຂວາງເອງໃນຕອນທີ່ນ້ອງຍັງຮຽນຢູ່ມັດທະຍົມກໍ່ມີສູນພາສາທີ່ສອນໂດຍຄົນຕ່າງປະເທດໃຫ້ນ້ອງໄດ້ໄປຮຽນໄປຝຶກນຳອີກ.

ຈາກນັ້ນນ້ອງໄດ້ນຳເອົາສິ່ງທີ່ໄດ້ຮຽນມາ ເພື່ອມາແບ່ງປັນໃຫ້ກັບໝູ່ຄູ່ຜ່ານທາງໂຊຊຽວ ໂດຍທາງເຟສບຸກແມ່ນຮຽນຜ່ານເພຈ Learn English with Payengxa ເມື່ອຜູ້ຄົນເຫັນກໍ່ມີຄວາມສົນໃຈ ແລະແຊຕໍ່ໆກັນ ຈົນນ້ອງໄດ້ກາຍເປັນຄູສອນພາສາອັງກິດທາງອອນລາຍໂດຍອັດຕະໂນມັດ ກ່ອນທີ່ຈະເປີດຮັບນັກຮຽນມາສອນຢ່າງຈີງຈັງ.

ຢ່າງໃດກໍ່ຕາມບົດຮຽນຄວາມຮູ້ທີ່ໄດ້ມາຈາກການຮຽນຮູ້ຜ່ານອອນລາຍ ແລະພື້ນຖານເບື້ອງຕົ້ນແມ່ນຍັງບໍ່ພຽງພໍເທື່ອ ເມື່ອຈົບມັດທະຍົມນ້ອງຈິ່ງຕັດສິນໃຈມາຮຽນຢູ່ ນະຄອນຫຼວງວຽງຈັນ ແລະຕອນນີ້ກຳລັງສຶກສາຢູ່ທີ່ ວິທະຍາໄລລາວອາເມຣິກາ (Lao-American College) ປີສາມ ແລະ ນ້ອງໄດ້ເລືອກຮຽນສາຍຄື ບໍລິຫານທຸລະກິດ.

ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.ບາງກິດຈະກຳທີ່ນ້ອງໄປເຮັດ

ທັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.ບາງກິດຈະກຳທີ່ນ້ອງໄປເຮັດ

Leave a Reply

Your email address will not be published. Required fields are marked *