ເດືອດ!!! ສ.ນ ລົດໄຟ ອຸດົມໄຊ ຖືກສັ່ງໂຈະເກັບເງິນທາງຜ່ານ , ຍ້ອນກາງເຕັ້ນນອນເກັບເງິນ ບໍ່ສົນຫົວໃຜ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ຂໍຖືເປັນກຽດຢ່າງສູງຮຽນສະເຫນີມາຍັງທ່ານ
…
.ຊ່ວຍຄົ້ນຄ້ວາ ພິຈາລະນາຄືນການເກັບເງິນຄ່າຜ່ານທາງເຂົ້າ ສະຖານີຜູ້ໂດຍສານ ຈຸດເມືອງໄຊ ..
ເນື່ອງຈາກເຫັນ ວ່າວິທີຈັດເກັບ ຕ່າງຈາກສະຖານີອື່ນໆ ເຊັ່ນ:ບໍ່ທັນມີຈຸດເກັບເງິນທີ່ຖາວອນ (ນໍາໃຊ້ເຕັ້ນຕັ້ງຈຸດເກັບເງິນ),

ເວລາລົດຜ່ານເຂົ້າສະຖານີເກັບທຸກຄັນ ບໍ່ຍົກເວັ້ນລົດເຂົ້າສົ່ງຜູ້ໂດຍສານທີ່ນໍາໃຊ້ເວລາບໍ່ເກີນ 10 ນາທີ, ອັນໄດ້ກໍ່ໃຫ້ເກີດມີຫາງສຽງສັງຄົມ ຈໍານວນບໍ່ນ້ອຍຕໍ່ການຄຸ້ມຄອງຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດລົດໄຟ ລາວ-ຈີນ ເອງ,
ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ສະເຫນີມາຍັງທ່ານ ຊ່ວຍຄົ້ນຄ້ວາພິຈາລະນາດັ່ງລຸ່ມນີ້:

1. ໃຫ້ບໍລິສັດລົດໄຟລາວ-ຈີນ ແຈ້ງໂຈະການເກັບເງິນຊົ່ວຄາວ ຈົນກ່ວາບໍລິສັດລົດໄຟລາວ-ຈີນ ອອກຂໍ້ຕົກລົງ ການຈັດເກັບຄ່າຜ່ານທາງເຂົ້າສະຖານີ ແລະ ແຈ້ງໃຫ້ອົງການປົກຄອງແຂວງ
ໂດຍສະເພາະແມ່ນພະແນກ ຍທຂ ແຂວງ ເພື່ອຈະໄດ້ສຶບຕໍ່ແຈ້ງໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ຈຶ່ງດໍາເນີນດໍາເນີນການຈັດເກັບ;
2. ປະຕິບັດ ອັດຕາການເກັບ ແລະ ຮູບແບບການເກັບຄືກັບສະຖານີອື່ນ ເປັນຕົ້ນລົດທີ່ເຂົ້າໄປໃນສະຖານີ ບໍ່ເກີນ 10 ນາທີ ແມ່ນບໍ່ໃຫ້ເກັບ.
