ລະວັງ‼️ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ​ ແລະ​ ອາກາດຍັງສືບຕໍ່ໜາວແຮງອີກ

0

🌦️🌦️ລະວັງ‼️ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ​ ແລະ​ ອາກາດຍັງສືບຕໍ່ໜາວ

ສະພາບອາກາດ​ວັນນີ້​ ອຸຕຸແຈ້ງຍັງມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ເຊິ່ງມີຝົນຕົກປົກຫຸ້ມເຖິງ​ 40% ຂອງແຕ່ລະພາກ​ ແລະ​ ອາກາດຍັງ​ສືບຕໍ່​ເຢັນ​ ຫາ​ ໜາວ​ເຢັນ​ ຂໍໃຫ້ພາກັນຮັກສາສຸຂະພາບແດ່ເດີ້ ໄລຍະນີ້ອາກາດປ່ຽນໄວ.​

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ພະຍາກອນອາກາດປະຈໍາວັນທີ 12 ມັງກອນ 2023​ ວ່າ:

ມວນອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວຈະອ່ອນກໍາລັງລົງ,ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ,

ຊື່ງຈະເຮັດໃຫ້ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ໃນຂະນະທີ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງພາກກາງ,​ ພາກໃຕ້​ ແລະ​ ເຂດ​ພູ​ພຽງ​ບໍລະເວນ​ ມີ

ຝົນ​ປົກຫຸ້ມ​ 40% ຂອງ​ເນື້ອທີ່, ປະຊາຊົນຊາວ​ສວນ​ ທີ່ກຳລັງຕາກມັນຕົ້ນ​ ຫຼື​ ຕາກແຫ້ງເຄື່ອງກະສິກຳ ຂໍໃຫ້​ລະມັດລະວັງ​ ເກັບກູ້ໄວ ເພາະອາດຈະຖືກຝົນຕົກຮ່ຳໄດ້ໃນໄລຍະນີ້

Leave a Reply

Your email address will not be published. Required fields are marked *