ປະເທດ ທີ່ ສປປ ລາວ ນໍາເຂົ້າສິນຄ້າ 05 ອັນດັບ ພາຍໃນເດືອນທັນວາ 2022

0

🔥ປະເທດ ທີ່ ສປປ ລາວ ນໍາເຂົ້າສິນຄ້າ 05 ອັນດັບ ພາຍໃນເດືອນທັນວາ 2022 ໄດ້ແກ່:

ໄທ 🇹🇭 321 ລ້ານໂດລາສະຫະລັດ,

ຈີນ 🇨🇳 134 ລ້ານໂດລາສະຫະລັດ,

ຫວຽດນາມ 🇻🇳 48 ລ້ານໂດລາສະຫະລັດ,

ສະຫະລັດອາເມລິກາ 🇺🇸 13 ລ້ານໂດລາສະຫະລັດ ແລະ
ຢີ່ປຸ່ນ 🇯🇵 7 ລ້ານໂດລາສະຫະລັດ.

(ບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ)

🔥 ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ສິນຄ້າສົ່ງອອກທັງໝົດ ປະມານ 532 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າທີ່ສົ່ງອອກ 10 ອັນດັບພາຍໃນເດືອນໄດ້ແກ່: ​

ຄຳ​ປະ​ສົມ ແລະ ຄຳ​ແທ່ງ 67 ລ້ານໂດລາສະຫະລັດ, ມັນຕົ້ນ 64 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ 40 ລ້ານໂດລາສະຫະລັດ, ຢາງພາລາ 36 ລ້ານໂດລາສະຫະລັດ,

ເກືອກາລີ 32 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ແຮ່​ທອງ 25 ລ້ານໂດລາສະຫະລັດ, ນ້ຳຕານ 24 ລ້ານໂດລາສະຫະລັດ,

ເຄື່ອງ​ນຸ່ງ​ຫົ່ມ 23 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 23 ລ້ານໂດລາສະຫະລັດ.

🔥 ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ

ສິນຄ້ານຳເຂົ້າທັງໝົດ ປະມານ 556 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າທີ່ສົ່ງນໍາເຂົ້າ 10 ອັນດັບພາຍໃນເດືອນໄດ້ແກ່: ນ້ຳມັນກາຊວນ 88 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 51 ລ້ານໂດລາສະຫະລັດ,

ພາຫະນະທາງບົກ 31 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 26 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ 26 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 20 ລ້ານໂດລາສະຫະລັດ,

ເຍື່ອໄມ້ ແລະ ເສດເຈ້ຍ 18 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາສະຫະລັດ ແລະ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 16 ລ້ານໂດລາສະຫະລັດ.

ຂໍ້ມູນຈາກ : Lao Trade Portal

Leave a Reply

Your email address will not be published. Required fields are marked *