ສາຍການບິນປົດພະນັກງານເທິງເຮືອບິນອອກຍ້ອນປ່ອຍໃຫ້ຜູ້ໂດຍສານຖ່າຍເບົາໃສ່ເທິງຍົນ

0

ສາຍການບິນ “Air India” ອອກແຈ້ງການປົດນັກບິນ 1 ຄົນ ແລະ ລູກເຮືອ 4 ຄົນອອກ ຍ້ອນບໍ່ເຄົາລົບກົດລະບຽບເທິງຖ້ຽວບິນ.

ວັນທີ 8 ມັງກອນ 2023 ສຳນັກຂ່າວ ອັລຈາຊີລາ ໄດ້ລາຍງານວ່າ:

ສາຍການບິນ “Air India” ໄດ້ປະເຊີນກັບສຽງວິພາກວິຈານຈາກໜ່ວຍງານກຳກັບດູແລດ້ານສາຍການບິນຂອງອິນເດຍ ພາຍຫຼັງວັນທີ 26 ພະຈິກ 2022 ເກີດເຫດຜູ້ໂດຍສານຊາຍຄົນໜຶ່ງຖ່າຍເບົາໃສ່ຜູ້ໂດຍສານຜູ້ຍິງໃນຂະນະທີ່ເມົາເຫຼົ້າ.

ເຊິ່ງທ່ານ ແຄັມເບລ ວິລສັນ ຜູ້ບໍລິຫານສູງສຸດ ແລະ ກຳມະການຜູ້ຈັດການຂອງສາຍການບິນໄດ້ຖະແຫຼງການວ່າ ”

Air India ຂໍຮັບຮອງວ່າຈະຈັດການເລື່ອງນີ້ໃຫ້ດີຂຶ້ນ ທັງພາກອາກາດ ແລະ ພາກພື້ນ ລວມເຖິງມີຄວາມຕັ້ງໃຈມຸ່ງໝັ້ນທີ່ຈະດຳເນີນການ”.

ນອກຈາກນີ້ ຍັງກ່າວຕື່ມອີກວ່າ Air India ຈະໃຊ້ຫຼາຍມາດຕະການ ເພື່ອປັບປຸງການຕອບສະໜອງຕໍ່ເຫດການແບບນີ້ ເຊິ່ງລວມເຖິງນະໂຍບາຍຂອງສາຍການບິນ ແລະ ຂະບວນການລາຍງານຕ່າງໆ ໂດຍ Air India

ຈະໃຫ້ຄວາມຮ່ວມມືແກ່ຜູ້ໂດຍສານທີ່ໄດ້ຮັບຜົນກະທົບ ໜ່ວຍງານກຳກັບດູແລ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍ.

ທັ້ງນີ້ສານທີ່ອິນເດຍ ໄດ້ຕັດສິນຈຳຄຸກຜູ້ໂດຍສານຊາຍ ທີ່ໄດ້ຍ່ຽວໃສ່ຜູ້ໂດຍສານຜູ້ຍິງ ຈຳນວນ 14 ມື້ ຍ້ອນຄວາມເມົາຂອງຕົນເອງ.

Leave a Reply

Your email address will not be published. Required fields are marked *