ຊາບຊຶ້ງໃນພະລັງຂອງຫມູ່ເພື່ອນ ແລະ ໂຊຊຽວອີ່ຫຼີ

ຊາບຊຶ້ງໃນພະລັງຂອງຫມູ່ເພື່ອນ ແລະ ໂຊຊຽວອີ່ຫຼີ ຈາກທີ່ຮູ້ສຶກສິ້ນຫວັງ ບໍ່ຮູ້ວ່າຈະນຳຈັ່ງໃດເລີຍ, ແຕ່ຕອນນີ້ພວກເຮົາໄດ້ເບາະແສຫຼາຍຢ່າງ ແລະ
ຮ່ອງຮອຍການຫຼົບໜີຈາກຜູ້ຫວັງດີຫຼາຍຄົນທີ່ຕິດຕໍ່ເຂົ້າມາຫາໃນຄືນວານນີ້ ພ້ອມທັງມີຜູ້ທີ່ເຄາະຮ້າຍເຄີຍຖືກຄົນດຽວກັນປຸ້ນຈີ້ອີກຫຼາຍກໍລະນີຖ້າແມ່ນຜູ້ຕ້ອງສົງໃສຄົນນີ້ຖືກຕ້ອງ,
ຜູ້ກ່ຽວໄດ້ກະທຳການປຸ້ນຈີ້ຫຼັກຊັບມາຫຼາຍກວ່າ 10ຄະດີ,
ເຂົ້າຄຸກມາ 2 ຄັ້ງ ແຕ່ກໍຍັງອອກມາລອຍນວນ ແລະກະທຳຜິດຊ້ຳໆ ເຊິ່ງສະແດງໃຫ້ເຫັນວ່າຜູ້ກ່ຽວບໍ່ໄດ້ຢ້ານຕໍ່ກົດຫມາຍເລີຍ.
ເດືອນຕຸລາທີ່ຜ່ານມາກໍໄດ້ເອົາປືນຈີ້ປຸ້ນຮ້ານຄຳ ສີດາລາດຊະວົງ ແຕ່ກໍຍັງບໍ່ສາມາດນຳຈັບໄດ້ …

ຂໍຂອບໃຈຮູບຈາກຮ້ານຄຳສີດາລາດຊະວົງ
ແລະ ຂໍສະແດງຄວາມເສຍໃຈສຳຫຼັບຄວາມເສຍຫາຍເຊັ່ນກັນຂ້າພະເຈົ້າ ແລະ ຄອບຄົວ ຊາບຊຶ້ງ

ແລະ ຂໍຂອບໃຈສຳຫຼັບທຸກໆການແຊ ເບາະແສທຸກເບາະແສທີ່ໃຫ້ມາ ແລະ ຊາບຊຶ້ງໃຈທີ່ສຸດທີ່ສັງຄົມລາວເຮົາຊ່ວຍກັນແບບນີ້

ພວກເຮົາຈະພະຍາຍາມນຳຈັບຄົນຜູ້ນີ້ໃຫ້ເຖິງທີ່ສຸດ
ທີ່ມາ
