ລົດໂດຍສານ 2 ຄັນ ຕຳກັນ ມີຜູ້ເສຍຊີວິດ 40 ຄົນ ໃນເຊເນການ

ລົດໂດຍສານ2ຄັນ ຕຳກັນ ໃນເຊເນການ ມີຜູ້ເສຍຊີວິດ 40ຄົນ
ຂປລ.ຕາມຂ່າວຈາກ ເຊເນການ,ວັນທີ9 ມັງກອນນີ້, ລົດໂດຍສານ 2ຄັນ ຕຳກັນ ຢູ່ທາງຫລວງ ສາຍໜຶ່ງ ໃນເຂດ ກັດຟຣີນ (Guffrine) ຂອງເຊເນກາລ ເຮັດໃຫ້ມີ ຜູ້ເສຍຊີວິດ 40 ຄົນ ແລະ

ບາດເຈັບ ຫລາຍກວ່າ 100 ຄົນ ຖືກເປັນ ອຸບັດເຫດ ຄັ້ງຮ້າຍແຮງ ທີ່ສຸດ ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍທີ່ສຸດ ໃນຊຸມປີ ຜ່ານມາ. ປັດຈຸບັນ

ທ່ານ ມາກີ ຊາລ (Magee Sal) ປະທານາທິບໍດີ ເຊເນການ ເດີນທາງມາ ສະຖານ ທີ່ເກີດເຫດ ແລະ ຢ້ຽມຢາມ ຜູ້ທີ່ໄດ້ຮັບ ບາດເຈັບ. ຂະນະທີ່ ລັດຖະບານ ປະກາດ ໄວ້ອາໄລແລະ ຊັກທຸງຊາດ ລົງເຄິ່ງເສົາ ໃນທົ່ວປະເທດ ເປັນເວລາ 3 ວັນ ນັບແຕ່ວັນນີ້.

ຊົມຄລີບ 1
,
ຊົມຄລີບ 2
ຂ່າວ: ຕ່າງປະເທດ, ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ