ປີ 2023 ລັດມີ 800 ໂກຕ່າໃຫ້ຄູອາສາ ເຂດຫ່າງໄກສອກຫຼີກ ແລະ ເພີ່ມເງິນຄ່າຄອງຊີບໃຫ້ ພະນັກງານລັດ

ແຈ້ງ! ບັນຈຸລັດຖະກອນໃໝ່ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດ!
.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:
1. ເຫັນດີໃຫ້ສະເຫນີສະພາແຫ່ງຊາດຮັບຮອງແຜນບັນຈຸລັດຖະກອນໃຫມ່ ປີ 2023 ຈໍານວນ 800 ຄົນ ຕາມການສະເຫນີຂອງກະຊວງພາຍໃນ,
ແຕ່ການຈັດສັນລັດຖະກອນດັ່ງກ່າວ ແມ່ນບຸລິມະສິດໃຫ້ພະນັກງານຕາມສັນຍາ ແລະ ອາສາສະມັກ ທີ່ຕົກຄ້າງມາຫຼາຍປີ ເຊັ່ນ: ຄູ ແລະ ແພດອາສາສະມັກ ຢູ່ເຂດຫ່າງໄກສອກຫຼີກທຸລະກັນດານ.
ພ້ອມກັນນັ້ນກໍ່ເຫັນດີ ໃຫ້ສະເຫນີສະພາແຫ່ງຊາດ ເພື່ອຮັບຮອງເອົາການປະຕິບັດນະໂຍບາຍອຸດຫນຸນຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບໍານານ ຈໍານວນ 150.000 ກີບ/ຄົນ/ເດືອນ ເປັນການທົດລອງໃນປີ 2023.
2. ເຫັນດີໃຫ້ຢຸດຕິການຮັບພະນັກງານຕາມສັນຍາ ແລະ ອາສາສະມັກເຮັດວຽກໃຫມ່ ໃນທຸກຂົງເຂດວຽກງານຂອງລັດ ນັບແຕ່ມື້ເຊັນແຈ້ງການ ສະບັບນີ້ເປັນຕົ້ນໄປ.
3. ເຫັນດີໃຫ້ຫັນການເຝິກຈ່າຍເງິນເດືອນຜ່ານລະບົບທະນາຄານ (ATM) ສໍາລັບພະນັກງານທີ່ເຮັດວຽກ ບໍລິຫານ ແລະ ຊ່ວຍຫນູນ (ບໍ່ແມ່ນກໍາລັງສູ້ຮົບ) ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ເພື່ອເຮັດໃຫ້ການ ເບີກຈ່າຍເງິນເດືອນໄວຂຶ້ນ.
ແຈ້ງການ
