ອກເອົາບຸນ ສາທຸໆ…!! ອັນນີ້ແມ່ນຕົ້ນຕູມຂາວ ເປັນຢາບຳລຸງຫົວໃຈ,ບຳລຸງປະສດ ແລະ ແກ້ແຜເນົ່າເປື່ອຍຊຳເຮື້ອ

ສັບພະຄຸນຂອງຕົ້ນຕົ້ນຕູມກາຂາວແມ່ນມີຫລາກຫລາຍຫລືສາມາດເອົາມາເປັນຢາຮັກສາໂລກພະຍາດຫລາຍຊະນິດເຊັ່ນ:
ຮາກ: ຝົນກັບນ້ຳທາແກ້ອັກເສບງູກັດ (ຮາກ, ຕົ້ນ), ເປັນຢາແກ້ໄຂ້ມາລາເຣຍ, ແກ້ທ້ອງອືດ, ທ້ອງເຟີ້ ແລະ ຕົ້ມດື່ມເປັນຢາລະບາຍ (ຕົ້ມປະສົມກັບຕົ້ນກຳແພງຈັດຊັ້ນ, ຮາກປໍຂາວ ແລະ ຮາກສະມ່ວງ).

ເປືອກຕົ້ນ: ຊ່ວຍຈະເລີນອາຫານ (ເປືອກຕົ້ນ, ເນື້ອໄມ້), ເປັນຢາບຳລຸງຫົວໃຈ, ຄ້ຽວກິນກັບເກືອແກ້ອາການເຈັບທອງ, ໃຊ້ເປັນຢາແກ້ພິດສັດກັດຕ່ອຍ ແລະ ຝົນກັບເຫຼົ້າພອກ ຫຼື ກິນແກ້ອາການອັກເສບຈາກພິດງູກັດ.
ເນື້ອໄມ້: ຊ່ວຍບຳລັງປະສາດ, ແກ້ໄຂ້, ແກ້ພິດຮ້ອນ, ແກ້ໄຂ້ຊຶມ, ເປັນຢາແກ້ເຈັບເມື່ອຍຕາມຮ່າງກາຍ ແລະ ຕົ້ມດື່ມເປັນຢາແກ້ເບົາຫວານ (ຕົ້ມກັບເຄືອເຂົາຮໍ).

ຕົ້ນ: ຕົ້ມ ຫຼື ຝົນທາແກ້ອາການເຈັບຂໍ້ ແລະ ຕົ້ມດ່ື່ມເປັນຢາແກ້ພິດພາຍໃນ.
ໃບ: ຕຳພອກແກ້ແຜເນົ່າເປື້ອຍຊຳເຮື້ອ, ຕຳພອກ ຫຼື ຄັ້ນເອົານ້ຳທາຮັກສາພະຍາດຜິວໜັງ, ຂີ້ກາກ ແລະ ແກ້ອາການຟົກບວມຕາມຜິວໜັງ.

ແກ່ນ: ຊ່ວຍຈະເລີນອາຫານ, ຊ່ວຍຂັບນ້ຳຍ່ອຍ, ແກ້ອິດເມື່ອຍ, ເປັນຢາບຳລຸງທາດ, ຊ່ວຍກະຕຸ້ນປະສາດສ່ວນກາງ, ບຳລຸງປະສາດຫູ, ຕາ, ດັງ, ຊ່ວຍບຳລຸງຫົວໃຈ ເຮັດຫົວໃຈເຕັ້ນແຮງ, ແກ້ເລືອດພິດ, ແກ້ໄຂ້ ເຮັດໃຫ້ຕົວເຢັນລົງ, ແກ້ພະຍາດປາດົງຂໍ, ແກ້ອາການປວກຮາກ, ບຳລຸງກ້າມຊີ້ນກະເພາະອາຫານເຮັດໃຫ້ລຳໄສ້ແຂງແຮງ,

ຊ່ວຍແກ້ລົມໃນທ້ອງ, ຂັບລົມໃນລຳໄສ້, ຂັບພະຍາດພິດ, ຂັບປັດສະວະ, ແກ້ລິດຊີດວງທະວານ, ບຳລຸງທາງເພດຂອງທ່ານຊາຍ, ແກ້ໜອງໃນ, ແກ້ໝາກໄຂ່ຫຼັງອັກເສບ, ໃຊ້ເປັນຢາແກ້ພິດງູ, ພິດຂີ້ເຂັບ, ແມງງອດ, ແກ້ອາການເຈັບເມື່ອຍ, ແກ້ອຳມະພາດ, ແກ້ເສັ້ນຕາຍ, ແກ້ເໜັບຊາ ແລະ ອາການຊາຕາມແຂນຂາ.

ນອກຈາກນີ້ແລ້ວ ຕົ້ນ, ຮາກ ແລະ ໃບນຳມາປະສົມກັນເປັນຢາຂັບພະຍາດພິດໃນມ້າ ແລະ ສັດລຽງ.
ໝາຍເຫດ: ທຸກພາກສ່ວນຂອງຕົ້ນມີພິດ, ເປັນຢາທີ່ອັນຕະລາຍຫຼາຍ ກ່ອນນຳໄປໃຊ້ຕ້ອງຜ່ານຂະບວນການກຳຈັດພິດ.
ຂອບໃຈທີ່ມາ: ພາເຂົ້າລາວ