ຊົມເຊີຍ! ຮ້ານຄຳພໍໃຈ ປະກາດເພີ່ມເງິນນ້ຳມັນໃຫ້ພ/ງ ເນື່ອງຈາກຄ່າຄອງຊີບສູງ

0

#ປັບຖານເງິນເດືອນໃຫ້ພະນັກງານຮ້ານຄຳພໍໃຈ

#ປັບໃຫ້ມີມື້ພັກເພິ່ມຕື່ມ

ການທີ່ຈະບໍລິການລູກຄ້າໃຫ້ດີ ເຮົາກໍ່ຕ້ອງມີບຸກຄະລາກອນທີ່ດີ ມີຄວາມສຸກໃນການເຮັດວຽກ ພະນັກງານມີລາຍໄດ້ທີ່ສາມາດກຸ້ມຕົນເອງໄດ້

ຈົ່ງຕັ້ງໃຈປະຕິບັດໜ້າທີ່ຂອງຕົນ ທຸ້ມເທບໍ່ລິການລູກຄ້າໃຫ້ດີທີ່ສຸດ

ເພາະຄວາມພໍໃຈຂອງລູກຄ້າ ຄືຄວາມພາກພູມໃຈຂອງພວກເຮົາ

ແຈ້ງການເນື່ອງຈາກຄ່າຄອງຊີບໃນປະຈຸບັນເພີ່ນສູງຂຶ້ນ ຄ່ານໍ້າມັນ ສິນຄ້າອຸບປະໂພກ ບໍລິໂພກຕ່າງໆປັບໂຕສູງຂຶ້ນ

ດັ່ງນັ້ນ ທາງຮ້ານຄໍາພໍໃຈ ເລັງເຫັນເຖິງຄວາມສໍາຄັນແລະຈໍາເປັນ ຈິ່ງມີມະຕິໃຫ້ ປັບເພີ່ມເງິນເດືອນ ໃຫ້ພະນັກງານເພື່ອຊ່ວຍໃນຄ່າໃຊ້ຈ່າຍແລະເພີ່ມມື້ພັກພ່ອນ

ທຸກພະແນກຈາກເດີນບວກເພີ່ມ200,000ກີບ-1,000,000ກີບ ຕາມຄວາມສາມາດສໍາຄັນຂອງແຕ່ລະຫນ້າທີຕັ້ງແຕ່ເດືອນມັງກອນນີ້ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຈຶ່ງແຈ້ງມາເພື່ອຊາບ

Leave a Reply

Your email address will not be published. Required fields are marked *